ຫວຽດນາມເພີ່ມທະວີການພົວພັນຮ່ວມມືຮອບດ້ານກັບ ໄອແລນ

ຫວຽດນາມເພີ່ມທະວີການພົວພັນຮ່ວມມືຮອບດ້ານກັບ ໄອແລນ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈິ້ງ​ດິ່ງ​ຢູ້ງ (ເບື້ອງ​ຂວ​າ) ແລະ ທ່ານ Charles Flanagan, ລັດ​ຖະ​ມົນ​ຕ​ີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ໄອ​ແລນ
(ພາບ: ສຳ​ນັກ​ຂ່າວ​ສານ ຫວຽດ​ນາມ)

(vovworld) – ວັນ​ທີ 23/4, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈິ້ງ​ດິ່ງ​ຢູ້ງ ແລະ ຄະ​ນະ​ປະ​ຕິ​ບັດ​ງານ​ລັດ​ຖະ​ບານ ຫວຽດ​ນາມ ສິ້ນ​ສຸດ​ການ​ຢ້ຽມ​ຢາມ ໄອ​ແລນ ເປັນ​ທາງ​ການ​ຢ່າງ​ຈົບ​ງາມ ແຕ່​ວັນ​ທີ 21 – 23/4 ຕາມ​ຄຳ​ເຊີ້ອ​ເຊີນ​ຂອງ​ລັດ​ຖະ​ບານ​ປະ​ເທດ​ນີ້. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈິ້ງ​ດິ່ງ​ຢູ້ງ ໄດ້​ພົບ​ປະ​ກັບ​ທ່ານ Michael Daniel Higgins, ​ປະ​ທ​າ​ນາ​ທິ​ບໍ​ດີ ໄອ​ແລນ, ເຮັດ​ວຽກ​ກັບ​ທ່ານ Michael Creed, ລັດ​ຖະ​ມົນ​ຕ​ີ​ກະ​ຊວງ​ກະ​ສິ​ກຳ, ສະ​ບຽງ​ອາ​ຫານ ແລະ ມະ​ຫາ​ສະ​ໝຸດ ແລະ ທ່ານ Charles Flanagan, ລັດ​ຖະ​ມົນ​ຕ​ີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ໄອ​ແລນ.

        ທີ່​ການ​ພົບ​ປະ​ກັບ ທ່ານ Michael Daniel Higgins, ​ປະ​ທ​າ​ນາ​ທິ​ບໍ​ດີ ໄອ​ແລນ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈີ້ງ​ດິ່ງ​ຢູ້ງ ຢືນ​ຢັນ​ຄວາມ​ປາດ​ຖະ​ໜາ​ຂອງ​ລັດ​ຖະ​ບານ ຫວຽດ​ນາມ ​ແມ່ນ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຮ່ວມ​ມື​ຮອບ​ດ້ານ​ກັບ ໄອ​ແລນ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ກະ​ສິ​ກຳ​ເຕັກ​ໂນ​ໂລ​ຢີ​ສູງ, ການ​ສຶກ​ສາ​ບຳ​ລຸງ​ສ້າງ, ພະ​ລັງ​ງານ… ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Michael Daniel Higgins ຢືນ​ຢັນ​ປາດ​ຖະ​ໜາ​ຢາກ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ກັບ ຫວຽດ​ນາມ. 2 ຝ່າຍ​ເຫັນ​ດີ​ເປັນ​ເອ​ກະ​ສັນ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຮ່ວມ​ມື​ໃນ​ຂົງ​ເຂດ​ຜະ​ລິດ​ຜະ​ລິດຕ​ະ​ພັນ​​ກະ​ເສດ, ພະ​ລັງ​ງານ, ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າອ​າ​ກາດ​ກ່​ວາ​ອີກ.

        ໃນ​ການ​ເຮັດ​ວຽກ​ກັບ ທ່ານ Michael Creed, ລັດ​ຖະ​ມົນ​ຕ​ີ​ກະ​ຊວງ​ກະ​ສິ​ກຳ, ສະ​ບຽງ​ອາ​ຫານ ແລະ ມະ​ຫາ​ສະ​ໝຸດ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈີ້ງ​ດິ່ງ​ຢູ້ງ ສະ​ເໜີ​ ໄອ​ແລນ ສ້າງ​ເງື່ອນ​ໄຂ​ໃຫ້​​ຜະ​ລິດ​ຕະ​ພັນ​ກະ​ເສດ, ສິນ​ໃນ​ນ້ຳ, ສິນ​ທະ​ເລຂອງ ຫວຽດ​ນາມ​ ​ໄດ້ສຳ​ຜັດ​ກັບ​ຕະຫຼາດ ໄອ​ແລນ ແລະ ​ຜ່ານ ໄອ​ແລນ, ສຳ​​ຜັດ​ກັ​ບ​ຕະຫຼາດ​ເອີ​ລົບ…

        ທີ່​ກາ​ນ​ເຮັດ​ວຽກ​ກັບ ທ່ານ Charles Flanagan, ລັດ​ຖະ​ມົນ​ຕ​ີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ໄອ​ແລນ,  ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈີ້ງ​ດິ່ງ​ຢູ້ງ ສະ​ເໜີ​ໃຫ້​ໄອ​ແລນ ສະ​ໜັບ​ສະ​ໜູນ ອີ​ຢູ ລົງ​ນາມ ແລະ ໃຫ້​ສັດ​ຕະ​ຍາ​ບັນ​ສັນ​ຍາ​ການ​ຄ້າ​ເສ​ລີ​ກັບ ຫວຽດ​ນາມ ແລະ ຮັບ​ຮອງພື້ນ​ຖານ​ເສດ​ຖະ​ກິດ​ການ​ຕະຫຼາດ​ຂ​ອງ ຫວຽດ​ນາມ ໂດຍໄວ.


ຕອບກັບ

ຂ່າວ/ບົດ​ອື່ນ