ຫວຽດນາມເພີ່ມທະວີການຮ່ວມມືກັບອົງການອຸຕຸນິຍົມອຸທົກກະສາດຂອງສປຊ

ຫວຽດນາມເພີ່ມທະວີການຮ່ວມມືກັບອົງການອຸຕຸນິຍົມອຸທົກກະສາດຂອງສປຊ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ໃຫ້​ການ​ຕ້ອນ​ຮັບ
 ທ່ານ Hoesung Lee
ພາບ:internet

(vovworld)- ​​ຕອ​ນ​ບ່າຍ​ວັນ​ທີ 24/10 ຢູ່ ສຳ​ນັກ​ງານ​ລັດ​ຖະ​ບານ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ໃຫ້​ການ​ຕ້ອນ​ຮັບ ທ່ານ Hoesung Lee, ຜູ້​ອຳ​ນວຍ​ການ ອົງ​ການ ອຸ​ຕຸ​ນິ​ຍົມ​ອຸ​ທົກ​ກະ​ສາດ ຂອງ ສ​ປ​ຊ, ​ປະ​ທານຄະ​ນະ​ກຳ​ມະ​ການ​ລະ​ຫວ່າງ​ລັດ​ຖະ​ບານ ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ. ທີ່​ການ​ຕ້ອນ​ຮັບ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ປາດ​ຖະ​ຫ​ນາ ຢາກ ​ໃຫ້ອົງ​ການ ອຸ​ຕຸ​ນິ​ຍົມ​ອຸ​ທົກ​ກະ​ສາດ ຮ່ວມ​ມື​ຢ່າງ​ແຫນ້ນ​ແຟ້ນ, ຫນູນ​ຊ່ວຍ​ຫວຽດ​ນາມ ໃນ​ວຽກ​ງານ​ຄົ້ນ​ຄ້​ວາ​ກໍ​ຄື​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ເອົາ​ໃຈ​ໃສ່, ສ້າງ​ເງື່ອນ​ໄຂ​ໃຫ້​ບັນ​ດາ​ອົງ​ການ, ມະ​ຫາ​ວິ​ທະ​ຍ​າ​ໄລ, ສະ​ຖາ​ບັນ​ຄ​ົ້ນ​ຄ້​ວາ, ສູ​ນອຸ​ຕຸ​ນິ​ຍົມ​ອຸ​ທົກ​ກະ​ສາດຂອງ​ຫວຽດ​ນາມ ເຂົ້າ​ຮ່ວມ​ກຸ່ມ​ຄົ້ນ​ຄ້​ວາ​ຂອງ ອົງ​ການ ອຸ​ຕຸ​ນິ​ຍົມ​ອຸ​ທົກ​ກະ​ສາດ​ຂອງ ສ​ປ​ຊ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟ​ຸກ ສະ​ເຫນີ: ອົງ​ການ ອຸ​ຕຸ​ນິ​ຍົມ​ອຸ​ທົກ​ກະ​ສາດຂ​ອງ ສ​ປ​ຊ​ຈະ ຫນູນ​ຊ່ວຍ​ດ້ານ​ເຕັກ​ນິກ, ​ພາ​ຫະ​ນະ​ເຄື່ອງ​ຈັກ​ເພື່ອ​ໃຫ້​ຫວຽດ​ນາມ ຕີ​ລາ​ຄາ​ການ​ປ່ຽ​ນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດຢ່າ​ງ​ຊັດ​ເຈນກວ່າ, ເປັນ​ຕົ້ນ​ແມ່ນ​ສຸມ​ໃສ່​ບັນ​ດາ​ບັນ​ຫາ​ໄພ​ນ້ຳ​ຖ້ວມ, ນ້ຳ​ເຄັມ​​ຊຶມ​ເຂົ້າ, ການ​ປ່ຽນ​ແປງ​ທໍ​ລະ​ນີ​ສາດ ແລະ ປາດ​ຖະ​ຫນາ ອົງ​ການ ອຸ​ຕຸ​ນິ​ຍົມ​ອຸ​ທົກ​ກະ​ສາດ ຂອງ ສ​ປ​ຊ ຈະ​ມີ​ການ​ສົມ​ທົບ​ຢ່າງ​ແຫນ້ນ​ແຟ້ນ​ກັບ​ຫວຽດ​ນາມ ເພື່ອ​ປະ​ຕິ​ບັດ​ບັນ​ດາ​ຂໍ້​ຕົກ​ລົງ​ກອງ​ປະ​ຊຸມ COP21  ຊື່ງ​ຫວຽດ​ນາມ ໄດ້​ເຂົ້າ​ຮ່ວມ.

ສ່ວນ​ທ່ານ Hoesung Lee ໃຫ້​ຮູ້​ວ່າ: ​ອົງ​ການອຸ​ຕຸ​ນິ​ຍົມ​ອຸ​ທົກ​ກະ​ສາດ​ຂອ​ງ ສ​ປ​ຊ ຮັບ​ຮູ້​ໄດ້​ທຸກ​ສິ່ງ​ທ້າ​ທາຍ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິ​ນ​ຟ້າ​ອາ​ກາດ ຊື່ງ​ຫວຽດ​ນາມ ພວມ​ປະ​ສົບ ແລະ ຫວັງ​ວ່າ ຈະ​ສືບ​ຕໍ່​ຮ່ວມ​ມື​ກັບ​ບັນ​ດາ​ນັກ​ວິ​ທະ​ຍາ​ສາດ ຫວຽດ​ນາມໃນ​ຂົງ​ເຂດ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ ຫລາຍກວ່າ​ອີກ ກໍ​ຄື​ນຳ​ສະ​ເຫນີ​ບັນ​ດາ​ມາດ​ຕະ​ການ​ຮັບ​ມື. 



ຕອບກັບ

ຂ່າວ/ບົດ​ອື່ນ