ຫວຽດນາມ-ເຢຍລະມັນດຳເນີນກອງປະຊຸມກຸ່ມບໍລິຫານຍຸດທະສາດຄັ້ງທີ4

ຫວຽດນາມ-ເຢຍລະມັນດຳເນີນກອງປະຊຸມກຸ່ມບໍລິຫານຍຸດທະສາດຄັ້ງທີ4 - ảnh 1

ຫວຽດນາມ-ເຢຍລະມັນດຳເນີນ
ກອງປະຊຸມກຸ່ມບໍລິຫານຍຸດທະສາດຄັ້ງທີ 4
(ພາບ: TTXVN)

(vovworld) – ​ ​ໂດຍ​ປະຕິບັດ​ຂໍ້​ຕົກລົງ​ລະຫວ່າງ​ລັດຖະບານ ຫວຽດນາມ ​ແລະ ລັດຖະບານ ສ.ສະຫະພັນ ​ເຢຍລະ​ມັນ, ວັນ​ທີ 12/10/2016, ທ່ານ ບູຍ​ແທງ​ເຊີນ ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ແລະ ທ່ານ Markus Ederer ລັດຖະມົນຕີ​ຮັບຜິດຊອບ​ກະຊວງ​ການ​ຕ່າງປະ​ເທດ ​ເຢຍລະ​ມັນ ​ເປັນ​ປະທານ​ຮ່ວມ​ກອງ​ປະຊຸມ​ກຸ່ມ​ບໍລິຫານ​ຍຸດ​ທະ​ສາດ​ຄັ້ງ​ທີ 4 ຢູ່ ຮ່າ​ໂນ້ຍ. ທີ່​ກອງ​ປະຊຸມ, 2 ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ກ່ຽວ​ກັບ​ທິດ​ທາງ ​ແລະ ບັນດາ​ມາດ​ຕະການ ​ເພື່ອ​ແນ​ໃສ່​ຜັນ​ຂະຫຍາຍ​ບັນດາ​ໂຄງການ ​ແລະ ​ແຜນການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ​ເຢຍລະ​ມັນ ​ໃນ​ໄລຍະ​ຈະ​ມາ​ເຖິງ, ພິ​ເສດ ​ໃນ​ບັນດາ​ຂົງ​ເຂດ​ບຸລິມະ​ສິດ​ຄື​ການ​ຮ່ວມ​ມື​ດ້ານ​ການ​ເມືອງ​ຍຸດ​ທະ​ສາດ, ການ​ຄ້າ ​ແລະ ການ​ລົງທຶນ, ການຮ່ວມ​ມື​ພັດທະນາ, ການ​ສຶກສາ​ບຳລຸງ​ສ້າງ, ວິທະຍາສາດ​ເຕັກ​ໂນ​ໂລ​ຢີ, ຍຸຕິ​ທຳ ​ແລະ ກົດໝາຍ.

        ທ່ານ​ຮອງ​ລັດຖະມົນຕີ ບູຍ​ແທງ​ເຊີນ ປາດ​ຖະໜາ​ວ່າ: 2 ຝ່າຍ​ສືບ​ຕໍ່​ມານະ​ພະຍາຍາມ​ຍູ້​ແຮງ​ການ​ເຊື່ອມ​ຕໍ່ ​ແລະ ໜູນ​ຊ່ວຍ​ປະຊາ​ຄົມ​ວິ​ສາ​ຫະກິດ 2 ປະ​ເທດ​ຊອກ​ຫາ​ກາລະ​​ໂອກາດ​ຮ່ວມ​ມື, ລົງທຶນ, ດຳ​ເນີນ​ທຸລະ​ກິດ​ຢູ່​ຕະຫລາດ​ຂອງ​ກັນ, ໝູນ​ໃຊ້​ບັນດາ​ກາລະ​ໂອກາດ​ ​ເຊິ່ງສັນຍາ​ການ​ຄ້າ​ເສລີ​ລະຫວ່າງ ຫວຽດນາມ ​ແລະ ສະຫະ​ພາບ​ເອີ​ລົບ (EVFTA) ນຳ​ມາ​ໃຫ້ສູງ​ສຸດ. ສ່ວນ​ທ່ານ Markus Ederer ປາດ​ຖະໜາ​ວ່າ: 2 ຝ່າຍ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນກ່ວາ​ອີກ ​ໃນ​ຂອບ​ເຂດ​ລາຍການ​ເຈລະຈາລັດ​ແຫ່ງ​ອຳນາດ​ນິຕິບັນຍັດ​ໄລຍະ 2015 – 2018 ລະຫວ່າງ ຫວຽດນາມ ​ແລະ ​ເຢຍລະ​ມັນ. 2 ຝ່າຍ​ເຫັນ​ດີ​ເປັນ​ເອກະ​ພາບ​ສົມທົບ​ກັນ​ຊຸກຍູ້​​ເລື່ອງ​ເຊັນ ​ແລະ ຜັນ​ຂະຫຍາຍ​ສັນຍາ​ການ​ຄ້າ​ເສລີ​ລະຫວ່າງ ຫວຽດນາມ ​ແລ​ະ ສະຫະພາບ ​ເອີ​ລົບ ຢ່າງ​ມີ​ປະສິດທິ​ຜົນ​ໂດຍ​ໄວ. ​ເຢຍລະ​ມັນ ​ໃຫ້​ຄຳ​ໝັ້ນ​ສັນຍາ​ສະໜັບ​ສະ​ໜູນ ຫວຽດນາມ ​ເພີ່ມ​ທະວີ​ການ​ພົວພັນ​ຮອບດ້ານ​ກັບ ອີ​ຢູ, ຜັນ​ຂະຫຍາຍ​ສັນຍາ​ຄູ່​ຮ່ວມ​ມື ​ແລະ ຮ່ວມ​ມື​ຮອບດ້ານ​ລະຫວ່າງ ຫວຽດນາມ - ອີ​ຢູ (PCA) ຢ່າງ​ມີ​ປະສິດທິ​ຜົນ; ສະໜັບ​ສະ​ໜູນ ອີ​ຢູ ຮັບຮອງ​ເອົາ​ພື້ນຖານ​ເສດຖະກິດ​ການ​ຕະຫລາດ​ຂອງ ຫວຽດນາມ ​ໂດຍ​ໄວ. 2 ຝ່າຍ​ເຫັນ​ດີ​ສືບ​ຕໍ່​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ ​ແລະ ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ຢູ່​ບັນດາ​ເວທີ​ປາ​ໄສ​ຫລາຍ​ຝ່າຍ, ພິ​ເສດ​ແມ່ນ​ສະ​ຫະປະຊາ​ຊາດ, ​ໃນ​ຂອບ​ເຂດ ASEM ​ແລະ ການ​ຮ່ວມ​ມື ອາຊຽນ - ອີ​ຢູ

 

ຂ່າວ/ບົດ​ອື່ນ