ຫວຽດນາມແບ່ງປັນບົດຮຽນຕໍ່ປະຊາຄົມສາກົນກ່ຽວກັບການໝູນໃຊ້ການແພດນິວເຄຼຍໃນການກວດ,ປິ່ນປົວພະຍາດ

ຫວຽດນາມແບ່ງປັນບົດຮຽນຕໍ່ປະຊາຄົມສາກົນກ່ຽວກັບການໝູນໃຊ້ການແພດນິວເຄຼຍໃນການກວດ,ປິ່ນປົວພະຍາດ - ảnh 1
ພາບ​ປະ​ກອບ

(vovword)- ​​ວັນ​ທີ 20/2, ຢູ່​ຮ່າ​ໂນ້ຍ ໂຮງ​ໝໍ​ແບັກ​ມາຍ ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸ​ມ​ສຳ​ມະ​ນາ​ສາ​ກົນ​ກ່ຽວ​ກັບ​ການ​ແພດ​ນິວ​ເຄຼຍ​ໃນ​ການ​ບົ່ງ​ມະ​ຕິ​ ແລະ ປິ່ນ​ປົວ​ພະ​ຍາດ. ກອງ​ປະ​ຊຸມ​ສຳ​ມະ​ນາ ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນ​ດາ​ຜູ້​ແທນ​ ສະ​ຖາ​ບັນ​ພະ​ລັງ​ງານ​ປະ​ລະມາ​ນູ​ຫວຽດ​ນາມ, ກົມ​ປ້ອງ​ກັນ​ຄວາມ​ປອດ​ໄພ​ລັງສີ(ກະ​ຊວງວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ), ​ຄະ​ນະ​ກຳ​ມະ​​ການ​ພະ​ລັງ​ງານ​ປະ​ລາ​ມະ​ນູ​ສາ​ກົນ IAEA, ຄະ​ນະ​ກຳ​ມະ​ການພະ​ລັງ​ງານ​​ປະ​ລະມາ​ນູ​ຫວຽດ​ນາມ; ຫ້ອງ​ການ​ຮ່ວມ​ມື​ເຂດ​ອົງ​ການ​ພະ​ລັງ​ງານ​​ປະ​ລະມາ​ນູ​ສາ​ກົນ ( ACARO), ໂຮງ​ໝໍ​ແບັກ​ມາຍ, ສູນ​ການ​ແພດ​ນິວ​ເຄຼຍ ແລະ ຄໍ​ໜຽງ​ໂຮງ​ໝໍ​ແບັກ​ມາຍ ພ້ອມ​ກັບ​ຜູ້​ຕາງ​ໜ້າ​ຂອງ 17 ປະ​ເທດ​ຂຶ້ນ​ກັບ​ພາກ​ພື້ນ​ອາ​ຊີ​ປາ​ຊີ​ຟິກ.

        ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ, ທ່ານ​ຮອງ​ສາ​ສະ​ດາ​ຈານ,ປອ ຫວ​ງຽນ​ກວ໋ກ​ແອງ, ຜູ້​ອຳ​ນວຍ​ການ​ໂຮງ​ໝໍ​ແບັກ​ມາຍ, ໃຫ້​ຮູ້​ວ່າ ໂຄງ​ການ​ຮ່ວມ​ມື​ລະ​ຫວ່າງ​ໂຮງ​ໝໍ​ແບັກ​ມາຍ ແລະ ອົງ​ການ​ພະ​ລັງ​ງານ​​ປະ​ລະມາ​ນູ​ສາ​ກົນ IAEA ໄດ້​ຜັນ​ຂະ​ຫ​ຍາຍ​ມາ​ເປັນ​ເວ​ລາຫຼາຍ​ປີ​ແລ້ວ. ໃນ​ນັ້ນ ໂຄງ​ການ​ຮ່ວມ​ມື​ດ້ານ​ເຕັກ​ນິກ IAEA TC RAS/06/083 ດ້ວຍ​ໜ້າ​ທີ່​ແມ່ນ​ຍົກ​ສູງ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ບັນ​ດາ​ວິ​ວັດທະນາ​ການ​ດ້ານ​ການ​ແພດ​ນິວ​ເຄຼຍ​ຜ່ານ​ອິນ​ເຕີ​ແນັດ ເພື່ອ​ໃຫ້​ນັກ​ຊ່ຽວ​ຊານ​ປະ​ກອບ​ຄຳ​ເຫັນ, ຍົກ​ສູງ​ຄຸນ​ນະ​ພາບ​ເບິ່ງ​ແຍງ​ດູ​ແລ​ຄົນ​ເຈັບ ແລະ ກຳ​ລັງ​ຄວາມ​ສາ​ມາດ​ຂອງ​ບັນ​ດາ​ອົງ​ການ​ລັດ​ຖະ​ບານ ໃນ​ໂຄງ​ການ​ຮ່ວມ​ມື​ການ​ແພດ​ນິວ​ເຄຼຍ​ເຂດ (RCA). ໃນນັ້ນຍົກສູງໄດ້ກຳລັງຄວາມສາມາດ ດ້ານສາ

ທາລະນະສຸກ ພິເສດແມ່ນບັນດາພະຍາດທີ່ບໍ່ສາມາດຕິດແປດ ເຊັ່ນ: ມະເຮັງ, ພະຍາດຫົວໃຈ, ຄົນເຈັບແມ່ນເປົ້າໝາຍໄດ້ຊົມໃຊ້ຜົນປະໂຫຍດສູງສຸດຈາກໂຄງການ

ດັ່ງກ່າວ.

 

ຂ່າວ/ບົດ​ອື່ນ