ຫວຽດນາມແມ່ນຈຸດນັບພົບໄດ້ຮັບຄວາມນິຍົມທີ່ສຸດຈາກແຂກທ່ອງທ່ຽວຕ່າງປະເທດ

ຫວຽດນາມແມ່ນຈຸດນັບພົບໄດ້ຮັບຄວາມນິຍົມທີ່ສຸດຈາກແຂກທ່ອງທ່ຽວຕ່າງປະເທດ - ảnh 1
ທະເລ ຟານທຽດ (ພາບ: ສຳນັກຂ່າວສານ ຫວຽດນາມ)

(vovworld) – ຜ່ານ​ຜົນ​ການ​ສຳ​ຫຼວດ “Expat Insider” ທີ່​ຫາ​ກໍ່​ໄດ້​ຮັບ​ການ​ປະກາດ, ຫວຽດນາມ ມີ​ບາດກ້າວ​ກະ​ໂດດ​ຂັ້ນ ​ແລະ ມີໜ້າ​ໃນ​ກຸ່ມ​ບັນດາ​ປະ​ເທດ​​ແຖວ​ໜ້າ​ໃນ​ບັນ​ຊີ​ລາຍ​ຊື່ “ຈຸດ​ນັດ​ພົບ​ໄດ້​ຮັບ​ຄວາມ​ນິຍົມ​ທີ່​ສຸດ​” ສຳລັບ​ແຂກທ່ອງ​ທ່ຽວ​ຕ່າງປະ​ເທດ. ຫວຽດນາມ ​ໄດ້​ຍື່ນອັນ​ດັບ​ທີ 11 ​ໃນ​ຍອດ​ຈຳນວນ 67 ປະ​ເທດ ​ແລະ ​ເຂດ​ແຄ​້ວນ​ໄດ້​ຮັບ​ການ​ສຳ​ຫຼວດ. ນີ້​ໄດ້​ຮັບ​ຖື​ວ່າ​ແມ່ນ​ບາດກ້າວ​ກະ​ໂດດ​ຂັ້ນ​ຂອງ ຫວຽດນາມ ຍ້ອນ​ວ່າ ຫວຽດນາມ ພຽງຢື່ນ​ອັນ​ດັບ​ທີ 35 ​ໃນ​ການ​ສຳ​ຫຼວດ​ເມື່ອ​ປີ 2015.

        ການ​ສຳ​ຫຼວດ “Expat Insider” ​ໂດຍ InterNations, ປະຊາ​ຄົມ expat (​ເຊິ່ງ​ແມ່ນ​ບັນດາ​ຜູ້​ດຳລົງ​ຊີວິດ ​ແລະ ​ເຮັດ​ວຽກ​ຢູ່​ຕ່າງປະ​ເທດ) ​ໃຫຍ່​ສຸດ​ໃນ​ໂລກ, ມີ​ສຳນັກງານ​ຕັ້ງ​ຢູ່ Munich, ປະ​ເທດ ​ເຢຍລະ​ມັນ, ​ໄດ້​ດຳ​ເນີນ​​ໃນ​ແຕ່ລະ​ປີ. ການ​ສຳ​ຫຼວດນີ້​ໄດ້​ຮັບ​ການ​ປະຕິບັດ​ສຳລັບ​ຜູ້ຕາງໜ້າ​ກ່ວາ 14.000 ຄົນ​ໃຫ້​ແກ່ 191 ປະ​ເທດ ​ແລະ ​ເຂດ​ແຄ​້ວນ.


ຂ່າວ/ບົດ​ອື່ນ