ຫວຽດນາມແມ່ນປະເທດມີອະທິປະໄຕແລະບໍ່ມີໃຜມີສິດຈັດວາງ,ຕັດສິນຊາຕາກຳແທນໃຫ້ຫວຽດນາມ

ຫວຽດນາມແມ່ນປະເທດມີອະທິປະໄຕແລະບໍ່ມີໃຜມີສິດຈັດວາງ,ຕັດສິນຊາຕາກຳແທນໃຫ້ຫວຽດນາມ - ảnh 1
ປະທານາທິບໍດີ ອາ​ເມ​ລິ​ກາ Barark Obama ​ມີ​ບົດ​ກ່າວ​ປາ​ໄສ​
ຕໍ່ໜ້າ​ນັກຮຽນ, ນັກ​ສຶກສາ, ວົງ​ການ​ປັນຍາ​ຊົນ ​ແລະ ຊາວ​ຮ່າ​ໂນ້ຍທຸກ​ຊັ້ນ​ວັນນະ
(ພາບ: dantri)

(vovworld) - ຕອນ​ເຊົ້າ​ວັນ​ທີ 24/5, ຢູ່​ສູນ​ກອງ​ປະຊຸມ​ແຫ່ງ​ຊາດ ຮ່າ​ໂນ້ຍ, ປະທານາທິບໍດີ ອາ​ເມ​ລິ​ກາ Barark Obama ​ໄດ້​ມີ​ບົດ​ກ່າວ​ປາ​ໄສ​ຕໍ່ໜ້າ​ນັກຮຽນ, ນັກ​ສຶກສາ, ວົງ​ການ​ປັນຍາ​ຊົນ ​ແລະ ຊາວ​ຮ່າ​ໂນ້ຍທຸກ​ຊັ້ນ​ວັນນະ ປະມານ 2 ພັນ​ຄົນ. ປະທານາທິບໍດີ Barark Obama ​ໄດ້​ຂອບ​ອົກ​ຂອບ​ໃຈ​ອາລົມ​ຈິດ​ອັນ​ອົບ​ອູ່​ນ​ເຊິ່ງການ​ນຳ​ພັກ, ລັດ, ລັດຖະບານ ​ແລະ ປະຊາຊົນ ຮ່າ​ໂນ້ຍ​ໄດ້​ສະຫງວນ​ໃຫ້​ແກ່​ທ່ານ. ປະທານາທິບໍດີ Barark Obama ​ເນັ້ນ​ໜັກ​ວ່າ ຫວຽດນາມ​ແມ່ນ​ປະ​ເທດ​ເອກະລາດ, ມີ​ອະທິປະ​ໄຕ, ບໍ່​ມີ​ປະ​ເທດ​ໃດ​ສາມາດ​ຈັດ​ວາງ, ຕັດສິນ​ຊາຕາກຳ​ແທນ​ໃຫ້ ຫວຽດນາມ​ໄດ້. ປະທານາທິບໍດີ Barark Obama ກໍ່​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ, ຜ່ານ​ຜ່າ​ຄວາມ​ເຈັບ​ປວດ​ຂອງ​ອະດີດຕະການ​ເພື່ອ​ມຸ່ງ​ໄປ​ເຖິງ​ອະນາຄົດ​ອັນ​ຈົບງາມ.

        “ສອງ​ປະ​ເທດ​ເຄີຍ​ມີ​ສົງຄາມ, ສົງຄາມ​ໄດ້​ເປັນ​ການ​ຂີດ​ຂັ້ນ​ສອງ​ປະ​ເທດ, ​ແຕ່​ປະຈຸ​ບັນ​ພວກ​ເຮົາ​ໄດ້​ຮຳບາດ​ແຜ​ສົງຄາມ, ຜ່ານ​ບັນດາ​ລາຍການ​ຮ່ວມ​ມື​ຫຼັງ​ສົງຄາມ. ພວກ​ຂ້າພະ​ເຈົ້າ​ໃຫ້​ຄຳ​ໝັ້ນ​ສັນຍາ​ໜູນ​ຊ່ວຍ ຫວຽດນາມ​ໃນ​ລະດັບ​ສູງ​ສຸດ​ທີ່​ສາມາດ​ເປັນ​ໄປ​ໄດ້. ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ, ວິວັດ​ແຫ່ງ​ການ​ໄກ່​ເກ່ຍປອງ​ດອງ​ຊາດຂອງ​ພວກ​ເຮົາ​ແມ່ນ​ມີ​ການ​ປະກອບສ່ວນຂອງ​ຊາວ​ ຫວຽດນາມ ​ແລະ ອາ​ເມ​ລິ​ກາ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ພວກ​ເຮົາ​ນັບ​ມື້​ນັບ​ຫຍັບ​ມໍ່​ໃກ້​ກັນ​ກວ່າ, ນັບ​ແຕ່​ດ້ານ​ການ​ຄ້າ, ການ​ລົງທຶນ​ຕະຫຼອດ​ຮອດ​ການ​ສຶກສາ. ຫວຽດນາມ ​ໄດ້​ເຂົ້າ​ຮ່ວມ​ກຳລັງ​ຮັກສາ​ສັນຕິພາບ​ຂອງ​ ສະຫະ​ປະຊາ​ຊາດ. ຂ້າພະ​ເຈົ້າ​ມີ​ຄວາມ​ປະ​ເອີ​ບ​ໃຈ​ຕໍ່​ອະນາຄົດ​ຂອງ​ສອງ​ປະ​ເທດ“.

        ປະທານາທິບໍດີ Barark Obama ​ໄດ້​ເອີ້ນ​ສົງຄາມ​ກັບ​ ຫວຽດນາມ​ແມ່ນ​ບົດຮຽນ​ໃຫຍ່​ໃຫ້​ໂລກ, ຈາກສອງ​ປະ​ເທດ​ທີ່​ເປັນ​ປໍ​ລະ​ປັກ​ໄດ້ກາຍ​ເປັນ​ຄູ່​ຮ່ວມ​ມື, ​ເປັນ​ເພື່ອນ​ມິດ​ນຳ​ກັນ. ທ່ານ​ຢືນຢັນ​ເຖິງ​ຄຳ​ໝັ້ນ​ສັນຍາ​ຂອງ​ ອາ​ເມ​ລິ​ກາ​ໃນ​ການ​ໜູນ​ຊ່ວຍ ຫວຽດນາມ​ປະຕິບັດ​ພາລະກິດ​ພັດທະນາ​ວັດ​ຖະນາ​ຖາກ​ອນ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ເສດຖະກິດ. ໜຶ່ງ​ໃນ​ບັນດາ​ຄຳ​ໝັ້ນ​ສັນຍາ​ແຮງ​ທີ່​ສຸດ​ຂອງ ອາ​ເມ​ລິ​ກາ ນັ້ນ​ແມ່ນ​ໜູນ​ຊ່ວຍ ຫວຽດນາມ ຊຸກຍູ້​ການ​ເຂົ້າ​ຮ່ວມ​ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກ TPP. ​ເມື່ອ​​ເຕື້ອງ​ເຖິງ​ບັນຫາ​ຄວາມ​ສະຫງົບ​ປອດ​ໄພ​ໃນ​ການ​ເດີນ​ທະ​ເລ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ປະທານາທິບໍດີ Barark Obama, ຖື​ວ່າ:

        “ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ສາກົນ​ຕ້ອງ​ມີ​ພື້ນຖານ​ຢ່າງ​ແນ່ນອນ. ອະທິປະ​ໄຕ​ຂອງ​ແຕ່ລະ​ປະ​ເທດ​ຕ້ອງ​ໄດ້​ຮັບ​ການ​​ເຄົາລົບນັບຖື. ບັນດາ​ປະ​ເທດ​ໃຫຍ່​ບໍ່​ໄດ້​ນາບ​ຂູ່​ບັນດາ​ປະ​ເທດ​ນ້ອຍ. ຄວາມ​ຂັດ​ແຍ້​ງທັງ​ໝົດ​ລ້ວນ​ແຕ່​ຕ້ອງ​ໄດ້​ຮັບ​ການ​ແກ້​ໄຂ​ບົນ​ພື້ນຖານ​ກົດໝາຍສາກົນ ​ແລະ ການ​ເຈລະຈາ​ໂດຍ​ສັນຕິ​ວິທີ. ​ໃນ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ພວກ​ເຮົາ​ຈະ​ພ້ອມ​ກັບ​ບັນດາ​ຄູ່​ຮ່ວມ​ມື​ເພື່ອ​ຍົກ​ສູງ​ບັນດາ​ຫຼັກການ​ພື້ນຖານ​ ນັ້ນ​ແມ່ນ​ຄວາມ​ເສລີ​ໃນ​ການ​ເດີນ​ທະ​ເລ ​ແລະ ດ້ານ​ການບິນ“.

        ກ່າວ​ຄວາມ​ເຫັນ​ກັບ​ວົງ​ການ​ໄວ​ໜຸ່ມ ຫວຽດນາມທີ່​ມີໜ້າ​ຢູ່​ສູນ​ກອງ​ປະຊຸມ​ແຫ່ງ​ຊາດ, ປະທານາທິບໍດີ Barark Obama ກໍ່​ຍົກ​ສູງ​ນ້ຳ​ໃຈດຳ​ເນີນ​ອາຊີບ​ຂອງ​ໄວ​ໜຸ່ມ ຫວຽດນາມ. ທ່ານ​ເວົ້າ​ວ່າ, ອາ​ເມ​ລິ​ກາ​ຈະ​ສືບ​ຕໍ່​ໃຫ້​ຄຳ​ໝັ້ນ​ສັນຍາ​ໜູນ​ຊ່ວຍ​ທາງ​ດ້ານ​ສຶກສາ​ໃຫ້ ຫວຽດນາມ, ສະຫງວນ​ທຶນ​ສຶກສາ​ໃຫ້​ໄວ​ໜຸ່ມ ​ແລະ ນັກຮຽນ​ຮູ້​ຫຼາຍ​ຄົນ. ປະທານາທິບໍດີ Barark Obama ຢືນຢັນ​ວ່າ “​ໄວ​ໜຸ່ມ ຫວຽດນາມ​ວມມີ​ບັນດາ​ກາລະ​ໂອກາດ​ເພື່ອ​ພັດທະນາ​ປະ​ເທດ​ຊາດ ​ແລະ ອາ​ເມ​ລິ​ກາ​ຈະ​ຊ່ວຍ​ເຫຼືອ​ພວກ​ເພື່ອນ.

ຂ່າວ/ບົດ​ອື່ນ