ຫວຽດນາມແມ່ນສະມາຊິກຕັ້ງຫນ້າຂອງ APEC

(VOVWORLD) - ກອງປະຊຸມຂັ້ນສູງຄັ້ງທີ 26 ຂອງເວທີປາໄສການຮ່ວມມືເສດຖະກິດ ອາຊີ -ປາຊີຟິກ (APEC) ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 18 ພະຈິກ ຢູ່ ນະຄອນຫລວງ Port Moresby ປະເທດ ປາປົວນິວກີເນ.

ຫວຽດນາມແມ່ນສະມາຊິກຕັ້ງຫນ້າຂອງ APEC - ảnh 1

ການນຳບັນດາປະເທດເຂົ້າຮ່ວມກອງປະຊຸມ APEC 26

ກ່າວຄຳປາໄສໄຂກອງປະຊຸມ, ທ່ານ O’ Neill ນາຍົກລັດຖະມົນຕີ ປາປົວນິວກີເນ ໄດ້ເນັ້ນຫນັກເຖິງຄວາມໝາຍຂອງກອງປະຊຸມດ້ວຍຫົວຂໍ້ “ຍາດແຍ່ງບັນດາກາລະໂອກາດກວມລວມ, ເສີມຂະຫຍາຍອະນາຄົດດີຈີຕອນ”, ຖືເປັນສຳຄັນບົດບາດຂອງ APEC ສືບຕໍ່ແມ່ນເວທີປາໄສເສດຖະກິດແຖວຫນ້າຂອງພາກພື້ນ, ຊຸກຍູ້ດ້ານການຄ້າ ແລະ ການລົງທຶນເປີດ ແລະ ຄວາມເສລີ, ປະກອບສ່ວນນຳອາຊີ - ປາຊີຟິກ ກາຍເປັນກຳລັງຫນູນຂອງການເຕີບໂຕ ແລະ ຮ່ວມສຳພັນທົ່ວໂລກ. ບັນດາການນຳ APEC ໄດ້ເຂົ້າຮ່ວມການໂອ້ລົມສົນທະນາກັບຜູ້ອຳນວຍການຝ່າຍບໍລິຫານກອງທຶນເງິນຕາສາກົນ ທ່ານນາງ Christine Lagard ກ່ຽວກັບບັນດາກາລະໂອກາດ ແລະ ສິ່ງທ້າທາຍພວມວາງອອກສຳລັບເສດຖະກິດໂລກ ແລະ ພາກພື້ນ ກໍ່ຄືບັນດາຂໍ້ສະເຫນີ ແນໃສ່ຊຸກຍູ້ການເຕີບໂຕແບບຍືນຍົງ, ກວມລວມໃນສັງກາດດີຈີຕອນ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເນັ້ນຫນັກວ່າ: APEC ຄວນເພີ່ມທະວີການສົມທົບກັບບັນດາກົນໄກຫລາຍຝ່າຍ ເປັນຕົ້ນແມ່ນ IMF ເພື່ອຍູ້ແຮງການຮ່ວມສຳພັນເສດຖະກິດ, ການຄຸ້ມຄອງເສດຖະກິດ ການເງິນທົ່ວໂລກໃຫ້ມີຄວາມດຸ່ນດ່ຽງ, ມີການເຕີບໂຕແບບກວມລວມ, ການປ່ຽນໃຫມ່ຢ່າງມີຫົວຄິດປະດິດສ້າງ.

ຫວຽດນາມແມ່ນສະມາຊິກຕັ້ງຫນ້າຂອງ APEC - ảnh 2 ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມການໂອ້ລົມສົນທະນາລະຫວ່າງບັນດາການນຳ APEC

ບັນດາການນຳ APEC ໄດ້ເຂົ້າຮ່ວມກອງປະຊຸມສຳຄັນກ່ຽວກັບ “ການເຊື່ອມຈອດເພື່ອການເຕີບໂຕແບບກວມລວມຜ່ານອະນາຄົດດີຈີຕອນ”. ບັນດາການນຳ APECໃຫ້ຄຳໝັ້ນສັນຍາວ່າ ຈະຍູ້ໄວການປະຕິບັດສຳເລັດບັນດາເປົ້າໝາຍ Bogor ໃນປີ 2020, ຜັນຂະຫຍາຍແຜນການສັງລວມເຊື່ອມຈອດ APEC ຮອດປີ 2025.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເຫນີ ເພີ່ມທະວີການປະຕິຮູບໂຄງປະກອບເພື່ອແນໃສ່ຮັດແຄບຊ່ອງຫວ່າງລະຫວ່າງບັນດາພື້ນຖານເສດຖະກິດ APEC. APEC ຄວນຊຸກຍູ້ການຜັນຂະຫຍາຍປະສິດທິຜົນຂໍ້ລິເລີ່ມກ່ຽວກັບດ້ານການຄ້າເອເລັກໂຕນິກຜ່ານແດນ, ເສດຖະກິດເຄືອຄ່າຍອິນເຕີແນັດ ແລະ ເສດຖະກິດດີຈີຕອນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ APEC ຄວນສືບຕໍ່ເສີມຂະຫຍາຍບົດບາດແມ່ນກຳລັງຫນູນໃຫ້ແກ່ບັນດາການຮ່ວມສຳພັນໃນພາກພື້ນ ແລະທົ່ວໂລກ. APEC ຄວນສວມບົດບາດປະສານງານ, ຊຸກຍູ້ການຮ່ວມມືກັບປະຊາຄົມເສດຖະກິດ ອາຊຽນ, G20, ASEM, ບັນດາອົງການຮ່ວມສຳພັນຢູ່ ອາຟິຼກາ, ອາເມລິກາລາຕີນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກຢືນຢັນ: ຫວຽດນາມ ຈະສືບຕໍ່ມີການປະກອບສ່ວນຫລາຍຢ່າງເພື່ອເພີ່ມພູນຄູນສ້າງໃຫ້ອະນາຄົດລວມກ່ຽວກັບວິໄສທັດຂອງປະຊາຄົມເສດຖະກິດ ອາຊີ -ປາຊີຟິກ ມີສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນ.

ໃນຕອນທ່ຽງວັນດຽວກັນ, ບັນດາການນຳ APEC ສືບຕໍ່ການເຮັດວຽກກ່ຽວກັບ “ຊຸກຍູ້ການເຕີບໂຕແບບກວມລວມໃນສັງກາດດີຈີຕອນ”.  ບັນດາສະມາຊິກໄດ້ໃຫ້ຄຳໝັ້ນສັນຍາຊຸກຍູ້ການເຕີບໂຕແບບກວມລວມ, ຖືຜົນປະໂຫຍດຂອງປະຊາຊົນແມ່ນຈຸດສຸມຂອງທຸກນະໂຍບາຍ; ຜັນຂະຫຍາຍໂຄງການດຳເນີນງານ APEC 2017 ວ່າດ້ວຍການພັດທະນາແບບກວມລວມກ່ຽວກັບເສດຖະກິດ, ການເງິນ ແລະສັງຄົມຮອດປີ 2030 ຕິດພັນກັບການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງຂອງ ສະຫະປະຊາຊາດ (SDGs).

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເຫນີ APEC ຄວນສວມບົດບາດລິເລີ່ມບັນດາແນວຄວາມຄິດປ່ຽນໃຫມ່ຢ່າງມີຫົວຄິດປະດິດສ້າງ, ນຳອາຊີ - ປາຊີຟິກ ກາຍເປັນສູນເຕັກໂນໂລຊີທົ່ວໂລກ. APEC ຄວນປະກອບສ່ວນຢ່າງຕັ້ງຫນ້າໃນການຮັບມືກັບບັນດາສິ່ງທ້າທາຍທົ່ວໂລກ, ເປັນຕົ້ນແມ່ນການຄ້ຳປະກັນດ້ານສະບຽງອາຫານ. APEC ຄວນຫນູນຊ່ວຍບັນດາສະມາຊິກພວມພັດທະນາການໝູນໃຊ້ເຕັກໂນໂລຊີສູງເພື່ອຫລຸດຜ່ອນຄວາມສ່ຽງ, ມີຄຳເຕືອນໂດຍໄວ ແລະ ຟື້ນຟູພາຍຫລັງໄພທຳມະຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ