ຫວຽດນາມແມ່ນສະມາຊິກມີຄວາມຮັບຜິດຊອບຂອງປະຊາຄົມສາກົນ

ຫວຽດນາມແມ່ນສະມາຊິກມີຄວາມຮັບຜິດຊອບຂອງປະຊາຄົມສາກົນ - ảnh 1
ທ່ານ ເຈີນ​ດ້າຍກວາງ ແລະ ທ່ານ Toyberg Frandzen
ພາບ:baomoi.com
(vovworld)- ​ ​​ໃນ​ຂອບ​ເຂດກ​ານ​ຢ້ຽມ​ຢາມ​ອາ​ເມ​ລິ​ກາ ຢ່າງ​ເປັນ​ທາງ​ການ, ວັນ​ທີ 19-20/3, ທ່ານ ເຈີນ​ດ້າຍກວາງ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ຕຳ​ຫລວດ ຫວຽດ​ນາມ ໄດ້​ໄປ​ຢ້ຽມ​ຢາມ​ສຳ​ນັກ​ງານ ສ​ປ​ຊ ຢູ່ ນ​ະ​ຄອນ ນິວຢອກ ແລະ ພົບ​ປະ​ກັບ​ບັນ​ດາ​ການ​ນຳ​ຂອງ​ອົງ​ການນີ້. ທີ່​ການ​ພົບ​ປະ​ຄັ້ງ​ຕ່າງໆ, ທ່ານ Mahmadamin Mahmadaminov, ຜູ້​ຮັກ​ສາ​ການ​ປະ​ທານ​ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ແລະ ທ່ານ Toyberg Frandzen ຜູ້​ຊ່ວຍ​ວຽກ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ກ່ຽວ​ກັບ​ດ້ານ​ການ​ເມືອງ​ ຄວາມ​ໝັ້ນ​ຄົງ ໄດ້​ຕີ​ລາ​ຄາ​ສູງ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ຫນ້າ​ຂອງ​ຫວຽດ​ນາມ​ໃນ​ການ​ສ້າງ​ບັນ​ດາ​ຍຸດ​ທະ​ສາດ, ໂຄງ​ການ​ດຳ​ເນີນ​ງານ​ຂອງ ສ​ປ​ຊ. ທ່ານ​ລັດ​ຖະ​ມົນ​ຕີ ເຈີນ​ດ້າຍກວາງ ຢືນ​ຢັນ ແຜນ​ນະ​ໂຍ​ບາຍ, ແນວ​ທາງ​ການ​ຕ່າງ​ປະ​ເທດ​ສະ​ເຫມີ​ຕົ້ນ​ສະ​ເຫມີ​ປາຍ​ຂອງ​ຫວຽດ​ນາມ ແມ່ນ​ເອ​ກະ​ລາດ, ເປັນ​ເຈົ້າ​, ສັນ​ຕິ​ພາບ, ຮ່ວມ​ມື ແລະ ພັດ​ທະ​ນາ, ​ການພົວ​​ພັນ​ກັບ​ສາ​ກົນ​​ແມ່ນ​ຫລາຍ​ຮູບ​ຫລາຍ​ແບບ ແລະ ຫລາຍ​ຝ່າຍ, ແມ່ນ​ສະ​ມາ​ຊິກ​ມີ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ປະ​ຊາ​ຄົມ​ສາ​ກົນ. ຍາມ​ໃດ ຫວຽດ​ນາມ​ກໍ​ຖື​ການ​ຊຸກ​ຍູ້​ການ​ພ​ົວ​ພັນ​ກັບ ສ​ປ​ຊ ເປັນ​ສຳ​ຄັນ, ຖື​ວ່ານີ້ ແມ່ນ​ຈຸດ​ສຸມ​ບຸ​ລິ​ມະ​ສິດ​ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ.

 

 

ຂ່າວ/ບົດ​ອື່ນ