ຫວຽດນາມແລະBelizeຊຸກຍູ້ການພົວພັນ2ຝ່າຍ

ຫວຽດນາມແລະBelizeຊຸກຍູ້ການພົວພັນ2ຝ່າຍ - ảnh 1
ທ່ານນາງ​ເອກ​ອັກຄະ​ລັດຖະທູດຫວຽດນາມ ​ແລະ ​ຜູ້​ມີ​ອຳນາດ​
ເຕັມ​ແຫ່ງ Belize, ທ່ານ Colville Norbert Young
(ພາບ: vietnamplus..vn)


(vovworld) – ວັນ​ທີ 4/5, ທີ່​ສຳນັກງານ​ Belize, ທ່ານນາງ​ເອກ​ອັກຄະ​ລັດຖະທູດວິສາມັນ​ຜູ້​ມີ​ອຳນາດ​​ເຕັມ​ແຫ່ງ ສສ.ຫວຽດນາມ ​ເລ​ລິນ​ລານ ​ຍື່ນສານ​ຕາ​ຕັ້ງ​ເຖິງ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ Belize, ທ່ານ Colville Norbert Young.​ ທ່ານ Colville Norbert Young ຕີ​ລາຄາ​ສູງ​ການ​ພັດທະນາ​ກະ​ໂດດ​ຂັ້ນ​ທາງ​ດ້ານ​ເສດຖະກິດ​ຂອງ ​ຫວຽດນາມ ​ໃນ​ໄລຍະ​ແຫ່ງ​ການ​ປ່ຽນ​ໃໝ່. ຜູ້​ມີ​ອຳນາດ​ເຕັມ​ແຫ່ງ Belize ​ເຫັນ​ດີ​ຊຸກ​ຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ Belize ​ແລະ ຫວຽດນາມ, ພິ​ເສດ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 20 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ 2 ປະ​ເທດ ​ແລະ ສະ​ແດງ​​ໃຫ້​ເຫັນການ​ສະໜັບສະໜູນ​ເພີ່​ມທະວີ​ການ​ຮ່ວມ​ມື 2 ຝ່າຍ​ຢູ່​ບັນດາ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ.

    ທ່ານນາງ​ເອກ​ອັກຄະ​ລັດຖະທູດ ​ເລ​ລິນ​ລານ ກໍ່​ມີ​ການ​ພົບ​ປະ​ເຈລະຈາ​ກັບ​ທ່ານ​ນາຍົກລັດຖະມົນຕີ Belize Dean O.Barrow ​ແລະ ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ບໍລິຫານ​ລັດ, ​ເລືອກ​ຕັ້ງ ​ແລະ ​​ເຂດ​ຊາຍ​ແດນ Belize Charles Gibson.​ 2 ຝ່າ​ຍ​ໄດ້​ແລກປ່ຽນ ກ່ຽວ​ກັບ​ກາລະ​ໂອກາດ​​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ​ລະຫວ່າງ 2 ປະ​ເທດ.

ຂ່າວ/ບົດ​ອື່ນ