ຫວຽດນາມແລະຈີນເພີ່ມທະວີການຮ່ວມມືລະຫວ່າງກຳລັງປ້ອງກັນຊາຍແດນແລະຕຳຫລວດທະເລ

ຫວຽດນາມແລະຈີນເພີ່ມທະວີການຮ່ວມມືລະຫວ່າງກຳລັງປ້ອງກັນຊາຍແດນແລະຕຳຫລວດທະເລ - ảnh 1
ພົນ​ເອກ ໂງ​ຊວນ​ລີກ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ
​ຕ້ອນ​ຮັບ​ທ່ານ ກົວ​ແຊວກວນ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕຳ​ຫລວດ​ຈີນ
http://mod.gov.vn

(vovworld)-​​ ​​ຕອນບ່າຍ​ວັນ​ທີ 26/9 ຢູ່ ຮ່າ​ໂນ້ຍ, ພົນ​ເອກ ໂງ​ຊວນ​ລີກ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ ກົວ​ແຊວກວນ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕຳ​ຫລວດ​ຈີນ ເນື່ອງ​ໃນ​ໂອ​ກາດ​ ມາ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ຫວຽດ​ນາມ. ທ່ານ ພົນ​ເອກ ໂງ​ຊວນ​ລີກ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ໄດ້​ຢືນ​ຢັນ​ວ່າ: ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດ​ນາມ ມີ​ຄວາມ​ເອົາ​ໃຈ​ໃສ່​ທີ່​ສຸດ​ເຖິງ​ກາ​ນ​ເພີ່ມ​ທະ​ວີ, ຮັກ​ສາ​ສາຍ​ພົວ​ພັນ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ, ມິດ​ຕະ​ພາບ, ການ​ຮ່ວມ​ມື ແລະ ພັດ​ທະ​ນາ, ເປັນ​ຕົ້ນ​ແມ່ນ​ການ​ພົວ​ພັນ, ຮ່ວມ​ມື​ລະ​ຫວ່າງ​ກຳ​ລັງ​ປ້ອງ​ກັນ​ຊາຍ​ແດນ ແລະ ຕຳ​ຫລວດ​ທະ​ເລ​ຂອງ​ສອງ​ປະ​ເທດ. ສອງ​ຝ່າຍ​ຄວນ​ຊຸກ​ຍູ້, ສົມ​ທົບ​ກັນ​ໃນ​ການ​ລາດ​ຕາ​ເວັນ​ຮ່ວມ​ບົນ​ທະ​ເລ, ທາງ​ບົກ, ເພີ່ມ​ທະ​ວີ​ການ​ພົວ​ພັນ​ແລກ​ປ່ຽນ​ມິດ​ຕະ​ພາບ​ລະ​ຫວ່າງ​ກຳ​ລັງ​ປ້ອງ​ກັນ​ຊາຍ​ແດນ​ລະ​ຫວ່າງ​ສອງ​ປະ​ເທດ, ຈັດ​ຕັ້ງ​ບັນ​ດາ​ການ​ເຄື່ອນ​ໄຫວ​ພົວ​ພັນ​ມິດ​ຕະ​ພາບກຳ​ລັງ​ປ້ອງ​ກັນ​ຊາດ ​ປ້ອງ​ກັນ​ຊາຍ​ແດນ ລະ​ຫວ່າງ​ຫວຽດ​ນາມ ແລະ ຈີນ ປະ​ຈຳ​ປີ​ນັບ​ມື້​ນັບ​ແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ. ທີ່​ການ​ຕ້ອນ​ຮັບ, ສອງ​ຝ່າຍ​ເຫັນ​ດີ ໃນ​ໄລ​ຍະ​ຈະ​ມາ​ເຖິງ, ກຳ​ລັງ​ປ້​ອງ​ກັນ​ຊາຍ​ແດນ, ຕຳ​ຫລວດ​ທະ​ເລ​ສອງ​ປະ​ເທດ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ສົມ​ທົບ​ຕໍ່​ສູ້​ບັນ​ດາ​ອາດ​ຊະ​ຍາ​ກຳ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ຄື: ຂ້າມ​ຊາຍ​ແດນ, ຄ້າ​ຂາຍ​ຢາ​ເສບ​ຕິດ, ອາ​ວຸດ ແລະ ການ​ຄ້າ​ມະ​ນຸດ​ຜ່ານ​ຊາຍ​ແດນ, ພ້ອມ​ທັງ​ແບ່ງ​ປັນ​ບົດ​ຮຽນ​ເຂົ້າ​ຮ່ວມ​ການ​ຮັກ​ສາ​ສັນ​ຕິ​ພາບຂອງ ສ​ປ​ຊ.


ຕອບກັບ

ຂ່າວ/ບົດ​ອື່ນ