ຫວຽດນາມແລະຈີນເພີ່ມທະວີການຮ່ວມມື,ຮັກສາການພົວພັນສະຖຽນລະພາບ,ຍາວນານ

ຫວຽດນາມແລະຈີນເພີ່ມທະວີການຮ່ວມມື,ຮັກສາການພົວພັນສະຖຽນລະພາບ,ຍາວນານ - ảnh 1
ທ່ານ​ເລ​ຮົ່ງ​ແອ​ງ ແລະ ທ່ານ ຫວາງ​ເຈ້ຍຮ້ວຍ

(vovworld) – ​ໂດ​​ຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ສູນ​ກາງ​ພັກ​ກອມ​ມູນິດ ຈີນ, ​ໃນ​ລະຫວ່າງ ວັນ​ທີ 26 – 27/8, ທ່ານ​ເລ​ຮົ່ງ​ແອ​ງ, ກຳມະການ​ກົມ​ການ​​ເມືອງ, ຜູ້​ປະຈຳກາ​ນຄະນະ​ເລຂາສູນ​ກາງ​ພັກ, ຢ້ຽມຢາມ ຈີນ ດ້ວຍ​ຖານະເ​ປັນ​ທູດ​ພິ​​ເສດ​ຂອງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ. ຕອນ​ບ່າຍ​ວັນ​ທີ 26/8, ທ່ານ ​ເລ​ຮົ່ງ​ແອງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ ຫວາງ​ເຈ້ຍຮ້ວຍ ຮອງ​ປະທານ​ສະພາ​ປຶກສາການ​ເມືອງແຫ່ງ​ຊາດ ຈີນ, ຫົວໜ້າ​ຄະນະ​ຕິດ​ຕໍ່​ພົວພັນ​ຕ່າງປະ​ເທດ​ສູນ​ກາງກອມ​ມູນິດ ຈີນ, ​ເຂົ້າ​ຢ້ຽມ​ຂຳ່ນັບ. ທີ່​ການ​ຕ້ອນຮັບ, ທ່ານ​ເລ​ຮົ່ງ​ແອ​ງ ​ໄດ້​ເນັ້ນ​ໜັກ​ຈຸດປະສົງ​ຂອງ​ການ​ຢ້ຽມຢາມ ຈີນ ຄັ້ງ​ນີ້​ແມ່ນ​ເພື່ອ​ພ້ອມ​ກັບ​ບັນດາ​ການ​ນຳ ຈີນ ​ແລກປ່ຽນ​ກ່ຽວ​ກັບ​ບັນດາ​ມາດ​ຕະການ​ຟື້ນ​ຟູ ​ແລະ ຊຸກຍູ້​ການ​ພົວພັນ​ລະຫວ່າງ 2 ພັກ, 2 ລັດ ພັດທະນາ​ຢ່າງ​ປອດ​ໄສ, ​ເປັນ​ປົກກະຕິ, ຍາວນານ, ຕອບ​ສະໜອງ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ ​ແລະ ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ 2 ປະ​ເທດ ຫວຽດນາມ - ຈີນ, ຢັ້ງຢືນ​​ເລື່ອງ 2 ພັກ, 2 ລັດ​ເພີ່ມ​ທະວີ​ການ​ຮ່ວມ​ມື, ຮັກສາ​ການ​ພົວພັນ​ພັດທະນາ​ຢ່າງ​ປອດ​ໄສ, ​ເປັນ​ປົກກະຕິ ​ແມ່ນ​ຈຳ​ເປັນ​ທີ່​ສຸດ, ພິ​ເສດ​ແມ່ນ​​ໃນ​ສະພາບ​ການ​ສາກົນ​ຄື​ປະຈຸ​ບັນ ​ແລະ ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ມີ​ບັນດາ​ການ​ຜັນ​​ແປ​ເຄັ່ງ​ຕຶງ, ສັບສົນ, ສົ່ງ​ຜົນ​ສະທ້ອນ​ເຖິງ​ການ​ພົວພັນ​ລະຫວ່າງ 2 ພັກ, 2 ລັດ ​ແລະ ສະພາບ​ແວດ​ລ້ອມ​ຄວາມ​ໝັ້ນຄົງ, ສັນຕິພາບ, ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ.

    ສ່ວນ​ທ່ານ​ ຫວາງ​ເຈ້ຍຮ້ວຍ ຢັ້ງຢືນ​ວ່າ: ຝ່າຍ ຈີນ ຖື​ການ​ຢ້ຽມຢາມ​ຂອງ​ທ່ານ ​ເລ​ຮົ່ງ​ແອ​ງ ​ໃນ​ຖານະ​​ເປັນ​ທູ​ດພິ​ເສດ​ຂອງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ເປັນສຳຄັນ, ​ເຊື່ອ​ໝັ້ນ​ວ່າ ການ​ຢ້ຽມຢາມ​ຈະ​ປະກອບສ່ວນ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງ, ຄວາມ​ບໍ່​ລົງ​ລອຍ​ກັນ​ລະຫວ່າງ 2 ປະ​ເທດ​ຢ່າ​ງສົມ​ເຫ​ດສົມ​ຜົນ, ຊຸກຍູ້​ການ​ພົວພັນ ຫວຽດນາມ - ຈີນ ພັດທະນາ​ຢ່າງ​ປອດ​ໄສ.




ຂ່າວ/ບົດ​ອື່ນ