ຫວຽດນາມແລະຝລັ່ງມານະພະຍາຍາມບັນລຸຄາດໝາຍຫລຸດຜ່ອນການປ່ອຍອາຍພິດເຮືອນແກ້ວ

ຫວຽດນາມແລະຝລັ່ງມານະພະຍາຍາມບັນລຸຄາດໝາຍຫລຸດຜ່ອນການປ່ອຍອາຍພິດເຮືອນແກ້ວ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ເຈ​ລະ​ຈາ​ກັບ
ນາ​ຍົກ​ລັດ​ຖະ​ມົນ​ຕີ ຝ​ລັ່ງ Manuel Vall

(vovworld)-  ​ໃນ​ຂອບ​ເຂດ​ການ​ເຂົ້າ​ຮ່ວມກອງ​ປະ​ຊຸມ COP 21 ຢູ່ ນະ​ຄອນ​ຫລວງ ປາ​ຣີ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ໄດ້​ມີ​ການ​ເຈ​ລະ​ຈາ​ກັບນາ​ຍົກ​ລັດ​ຖະ​ມົນ​ຕີ ຝ​ລັ່ງ Manuel Vall. ນາ​ຍົກ​ລັດ​ຖະ​ມົນ​ຕີ ທັງ​ສອງ​ທ່ານ ໄດ້​ເຫັນ​ດີ ສືບ​ຕໍ່​ຜັນ​ຂະ​ຫຍາຍ​ບັນ​ດາ​ເນື້ອ​ແທ້​ຂອງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ແລະ ເປັນ​ເອ​ກະ​ພາບ​ຫລາຍ​ມາດ​ຕະ​ການ​ລະ​ອຽດ ເພື່ອ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື ລະ​ຫວ່າງ ຫວຽດ​ນາມ ແລະ ຝ​ລັ່ງ ໃນ​ໄລ​ຍະ​ຈະ​ມາ​ເຖິງ. ກ່ຽວ​ກັບ​ດ້ານ​ການ​ເມືອງ, ສອງ​ຝ່າຍ​ເຫັນ​ດີ ເພີ່ມ​ທະ​ວີ​ການ​ພົບ​ປະ​ຄະ​ນະ​ຜູ້​ແທນ​ທຸກ​ຂັ້ນ, ເປັນ​ຕົ້ນ​ແມ່ນ​ຂັ້ນ​ສູງ, ຍົກ​ສູງ​ບົດ​ບາດ​ຂອງ​ບັນ​ດາ​ກົນ​ໄກ​ຊີ້​ນຳ, ກຳ​ນົດ​ທິດ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ. ກ່ຽວ​ກັບ​ເສດ​ຖະ​ກິດ, ສອງ​ຝ່າຍ​ເນັ້ນ​ຫນັກວ່າ: ຄວນ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ບັນ​ດາ​ໂຄງ​ການ​ຈຸດ​ສຸມ​ກ່ຽວ​ກັບ​ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ, ພະ​ລັງ​ງານ, ການ​ບິນ ອາ​ວະ​ກາດ, ກະ​ສິ​ກຳ ແລະ ການ​ຢາ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຝ​ລັ່ງ Manuel Vall ຊີ້​ແຈ້ງວ່າ​: ຝ​ລັ່ງ ເອົາ​ໃຈ​ໃສ່​ທີ່​ສຸດ​ເຖິງ​ຄຳ​ສະ​ເຫນີ​ຂອງ​ຫວຽດ​ນາມ ໃນ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ແລະ ເຫັນ​ດີ ສອງ​ຝ່າຍ​ຄວນ​ມາ​ນະ​ພ​ະ​ຍາ​ຍາມ​ຫນູນ​ຊ່ວຍ​ເຊິ່ງ​ກັນ ແລະ​ກັນ ໃນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ບັນ​ລຸ​ຄາດ​ໝາຍ​ຫລຸດ​ຜ່ອນ​ອາຍ​ພິດ​ເຮືອນ​ແກ້ວ ພ້ອມ​ແລ້ວ ສົ່ງ​ເສີມ​ວິ​ສາ​ຫະ​ກິດ ຝ​ລັ່ງ ເຂົ້າ​ຮ່ວມ​ຢ່າງ​ຕັ້ງ​ຫນ້າ​ເຂົ້າ​ໃນ​ບັນ​ດາ​ໂຄງ​ການ​ພັດ​ທະ​ນາ​ຂຽວ ຢູ່ ຫວຽດ​ນາມ. ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ຢືນ​ຢັນ: ຫວຽດ​ນາມ ສະ​ຫ​ນັບ​ສະ​ຫນູນ ແລະ ພ້ອມ​ແລ້ວ​ເປັນ​ຂົວ​ຕໍ່​ຊ່ວຍ ຝ​ລັ່ງ ເພີ່ມ​ທະ​ວີ​ການ​ພົວ​ພັນ​ກັບ​ພາກ​ພື້ນ ອາ​ຊີ ປາ​ຊີ​ຟີກ ແລະ ກັບ​ອາ​ຊຽນ.

ສອງ​ຝ່າຍກ​ໍ​ເຫັນ​ດີ​ຖື​ວ່າ: ທຸກ​ການ​ຂັດ​ແຍ້ງ​ກັນ​ຢູ່ ທະ​ເລ​ຕາ​ເວັນ​ອອກ ຕ້ອງ​ແກ້​ໄຂ​ໂດຍ​ສັນ​ຕິ​ວິ​ທີ, ບົນ​ພື້​ນ​ຖານ ເຄົາ​ລົບ​ກົດ​ໝາຍ​ສາ​ກົນ​, ສົນ​ທິ​ສັນ​ຍາ ສ​ປ​ຊ ກ່ຽວ​ກັບ​ກົດ​ໝາຍ​ທະ​ເລ​ປີ 1982, ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ, ຄວາມ​ປອດ​ໄພ​ໃນ​ການ​ເດີນ​ທະ​ເລ ແລະ​ການ​ບິນ ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ພາກ​ພື້ນ ແລະ ຂອງ​ທັງ​ປະ​ຊາ​ຄົມ​ໂລກ.

ຂ່າວ/ບົດ​ອື່ນ