ຫວຽດນາມແລະລາວລົງນາມໃນເອກະສານຮ່ວມມື 6 ສະບັບໃນປີ 2019

(VOVWORLD) -ທີ່ການປະຊຸມຂ່າວພາຍຫລັງສິ້ນສຸດກອງປະຊຸມຄັ້ງທີ 41 ຂອງຄະນະກຳມະການຮ່ວມມືທະວີພາຄີ ລະຫວ່າງລັດຖະບານຫວຽດນາມ - ລາວ, ວັນທີ 6 ມັງກອນ, ທ່ານນາຍົກລັດຖະມົນຕີ ຫວຽດນາມຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ ເນັ້ນຫນັກວ່າ ນີ້ແມ່ນກອງປະຊຸມປະສົບຜົນສຳເລັດ ແລະ ຢືນຢັນ ໝາກຜົນຂອງ 12 ໂຄງການຮ່ວມມືໃນປີ 2018 ແລະ ລົງນາມໃນເອກະສານຮ່ວມມື 6 ສະບັບໃນປີ 2019.

ກ່ຽວກັບການກຳນົດທິດຮ່ວມມືໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າ:

“ສອງລັດຖະບານສືບຕໍ່ມານະພະຍາຍາມສ້າງທຸກເງື່ອນໄຂສະດວກທີ່ສຸດໃຫ້ແກ່ບັນດາວິສາຫະກິດຫວຽດນາມ ລົງທຶນຜະລິດດຳເນີນທຸລະກິດຢ່າງມີປະສິດທິຜົນ ຢູ່ຕະຫລາດລາວ ແລະ ຕະຫລາດຂອງຫວຽດນາມ. ສອງປະເທດເຫັນດີສືບຕໍ່ສົມທົບກັນຢ່າງແຫນ້ນແຟ້ນ, ສະຫນັບສະຫນູນເຊິ່ງກັນ ແລະກັນ ຢູ່ ບັນດາເວທີປາໄສສາກົນ. ລາວ ຖະແຫລງສະຫນັບສະຫນູນຫວຽດນາມ ອອກສະໝັກຮັບເລືອກຕັ້ງເປັນກຳມະການບໍ່ປະຈຳສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020-2021. ພວກຂ້າພະເຈົ້າເຊື່ອໝັ້ນວ່າ ຜົນສຳເລັດຂອງກອງປະຊຸມຄັ້ງນີ້ ຈະສ້າງກຳລັງຫນູນໃຫມ່, ນຳການຮ່ວມມືລະຫວ່າງສອງປະເທດໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ບັນລຸປະສິດທິຜົນຢ່າງແທດຈິງ, ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານຫວຽດນາມ - ລາວ, ລາວ -ຫວຽດນາມ”

ທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບອົກຂອບໃຈ ການຫນູນຊ່ວຍອັນລ້ຳຄ່າກ່ຽວກັບຊັບພະຍາກອນມະນຸດ, ເຄື່ອງຂອງຂອງລັດຖະບານ ແລະ ບັນດາທ້ອງຖິ່ນຂອງຫວຽດນາມ ຕໍ່ກັບ ລາວ ຕໍ່ຄວາມເສຍຫາຍໂດຍໄພທຳມະຊາດກໍ່ຂຶ້ນໃນປີຜ່ານມາ, ເປັນຕົ້ນແມ່ນຢູ່ແຂວງ ອັດຕະປື. ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ຖືວ່າ:

“ໃນການພົວພັນຮ່ວມມື ສອງຝ່າຍ, ການພົວພັນດ້ານການເມືອງນັບມື້ນັບໄດ້ຮັບການເພີ່ມທະວີ ແລະ ຮັດແຫນ້ນ, ສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈ, ຖານສະຫາຍອ້າຍນ້ອງຂອງສອງພັກ, ສອງລັດກໍຄືປະຊາຊົນສອງປະເທດ. ການຮ່ວມມືດ້ານເສດຖະກິດກໍ່ພັດທະນາ ແລະ ບັນລຸຄຸນນະພາບ. ການລົງທຶນຂອງ ຫວຽດນາມ ເຂົ້າລາວກໍ່ເພີ່ມຂຶ້ນ. ປີ 2018 ບັນລຸ 4 ຕື້ USD ຢືນອັນດັບ 3 ໃນຈຳນວນບັນດາປະເທດລົງທຶນຢູ່ລາວ. ການຮ່ວມມືດ້ານວັດທະນະທຳສັງຄົມກໍ່ມີບາດກ້າວພັດທະນາ ແລະ ເຂົ້າສູ່ລວງເລິກ, ສ້າງເງື່ອນໄຂສະດວກໃຫ້ແກ່ລຸ້ນຫນຸ່ມສອງປະເທດມີຄວາມເຂົ້າໃຈແຈ້ງກ່ຽວກັບສາຍກພົວພັນທີ່ເປັນມູນເຊື້ອແບບພິເສດລະຫວ່າງປະຊາຊົນສອງປະເທດ. ສອງຝ່າຍໄດ້ເປັນສັກຂີພິຍານພິທີລົງນາມໃນເອກະສານຮ່ວມມື 6 ສະບັບ ລະຫວ່າງສອງປະເທດ. ນີ້ແມ່ນພື້ນຖານໃຫ້ແກ່ການຮ່ວມມືປີ 2019 ແລະ ຊຸມປີຕໍ່ໄປ.”

ຫວຽດນາມແລະລາວລົງນາມໃນເອກະສານຮ່ວມມື 6 ສະບັບໃນປີ 2019 - ảnh 1 ພິທີລົງນາມເອກະສານ 06 ສະບັບ (ພາບ: VOV)

ເອກະສານຮ່ວມມື 6 ສະບັບ ລະຫວ່າງຫວຽດນາມ ແລະ ລາວ ລວມມີ: ຂໍ້ຕົກລົງແລະແຜນການຮ່ວມມື: ຫວຽດນາມ - ລາວ ປີ 2019 ແລະ ບົດບັນທຶກກອງປະຊຸມຄັ້ງທີ 41, ຂໍ້ຕົກລົງກ່ຽວກັບແຜນການການຮ່ວມມືການສຶກສາລະຫວ່າງກະຊວງສຶກສາ ແລະ ບຳລຸງສ້າງຫວຽດນາມ ແລະ ກະຊວງສຶກສາທິການ ແລະ ກິລາລາວ, ບົດບັນທຶກມອບສົ່ງສະຖານີກະຈາຍສຽງ-ໂທລະພາບແຂວງ ສະຫວັນນະເຂດ, ໂຄງການມອບຮັບພະແນກພາສາຫວຽດ ຢູ່ມະຫາວິທະຍາໄລ ສຸພານຸວົງ, ມະຫາວິທະຍາໄລ ຈຳປາສັກ, ຂໍ້ຕົກລົງຫນູນຊ່ວຍແນວພັນເຂົ້າຂອງລັດຖະບານ ຫວຽດນາມ ໃຫ້ແກ່ລັດຖະບານລາວ, ກະຊວງອຸດສາຫະກຳ-ການຄ້າ ຫວຽດນາມ ມອບເອກະສານຮັບຮອງແຜນນະໂຍບາຍນຳເຂົ້າໄຟຟ້າໂຮງງານໄຟຟ້ານ້ຳຊຳ ຂອງລາວ ໃຫ້ແກ່ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ລາວ.

 

ຕອບກັບ

vixay Malaykham

ການພັທນາຊາດຫຼືປະເທດໃດປະເທດນຶ່ງມັນຕ້ອງອາໃສມະ ຫາຊົນພົລເມືລງຂອງຊາດຊ່ລງຂອງຊາດຊ່ວຍອຸປຖັມຄຳ້ຈູນ

ຂ່າວ/ບົດ​ອື່ນ