ຫວຽດນາມແລະລາວສືບຕໍ່ເພີ່ມທະວີການຮ່ວມມືກ່ຽວກັບວຽກງານກວດກາ

ຫວຽດນາມແລະລາວສືບຕໍ່ເພີ່ມທະວີການຮ່ວມມືກ່ຽວກັບວຽກງານກວດກາ - ảnh 1

ທ່ານ​ ອາຊາ​ງ ລາວ​ລີ ຕ້ອນຮັບ ທ່ານ ​ເຈີ່ນ​ດືກ​ເລື້ອງ

(vovworld) -  ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ​ແລະ ​ແລກປ່ຽນ​ບົດຮຽນກັບ​ອົງການກວດກາ​ລັດຖະບານ ລາວ ​ໃນ​ລະຫວ່າງ​ວັນ​ທີ 2 - 6/8. ວັນ​ທີ 3/8, ຢູ່​ນະຄອນຫລວງ ວຽງ​ຈັນ, ຄະນະ​ຜູ້​ແທນ​ກວດກາ​ລັດຖະບານ ຫວຽດນາມ ​ໂດຍ​ທ່ານ ​ເຈີ່ນ​ດືກ​ເລື້ອງ, ຮອງ​ຫົວໜ້າ​ອົງການ​ກວດກາ​ລັດຖະບານ ນຳ​ໜ້າ, ມີ​ການ​ພົບ​ປະ​ເຈລະຈາ​ກັບ​ຄະນະ​​ກວດກາ​ລັດຖະບານ ລາວ. ນະທີ່​ນີ້, 2 ຝ່າຍ​ຢືນຢັນ​ຈະ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ຢ່າງ​ເລິກ​ເຊິ່ງກວ້າງຂວາງ​ໃນ​ວຽກ​ງານ​ກວດກາ, ​ແກ້​ໄຂ​ການ​ຮ້ອງທຸກ, ກ່າວ​ຫາ ​ແລະ ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ, ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ມິດຕະພາບ​ທີ່ເປັນມູນ​ເຊື້ອ​, ຄວາມສາມັກຄີ​ແບບ​ພິ​ເສດ, ການຮ່ວມ​ມື​ຮອບດ້ານ ຫວຽດນາມ - ລາວ, ລາວ - ຫວຽດນາມ ​ໃຫ້ນັບ​ມື້​ນັບ​​ເລິກ​ເຊິ່ງ, ​ ມີ​ປະສິດ​ທະ​ຜົນ​ຢ່າງ​ແທ້​ຈິງ.

           ​ແລະ​ໃນ​ວັນ​ດຽວ​ກັນ, ຄະນະ​ຜູ້​ແທນ​ກວດກາ​ລັດຖະບານ ຫວຽດນາມ ​ເຂົ້າ​ຢ້ຽມ​ຂ່ຳນັບ​ທ່ານ​ຮອງ​ນາຍົກລັດຖະມົນຕີ ລາວ ອາຊາ​ງ ລາວ​ລີ. ທີ່​ການ​ຕ້ອນຮັບ, ທ່ານ​ຮອງ​ນາຍົກລັດຖະມົນຕີ ອາຊາ​ງ ລາວ​ລີ ປາດ​ຖະໜາ​ວ່າ, ໃນ​ໄລຍະ​ຈະ​ມາ​ເຖິງ, ອົງການ​ກວດກາ​ລັດຖະບານ 2 ປະ​ເທດ ຈະ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ຢ່າງ​ເລິກ​ເຊິ່ງກ້ວາງ​ຂວາງ​ກ່ວາ​ອີກ, ​ໂດຍ​ຜ່ານ​ການ​ແລກປ່ຽນ, ​ແບ່ງປັນ​ບົດຮຽນ​ໃນ​ວຽກ​ງານ​ກວດກາ ​ເພື່ອ​ ຍົກ​ສູງ​ຜົນ​ສັກສິດ, ປະສິດທິ​ຜົນ​ຂອງ​ວຽກ​ງານ​ນີ້. ສ່ວນ​ທ່ານ ​ເຈີ່ນ​ດືກ​ເລື້ອງ ຢືນຢັນ​ວ່າ: ​ໃນ​ໄລຍະ​ຜ່ານ​ມາ, ຂະ​ແໜງ​​ກວດກາ​ລັດຖະບານ 2 ປະ​ເທດ​ໄດ້​ຕັ້ງໜ້າ​ແລກປ່ຽນ​ບົດ​ຮຽນ​ໃນ​ການ​ຊີ້​ນຳ, ບໍລິຫານ​ວຽກ​ງານ​ກວດກາ, ການປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ​ຢູ່​ແຕ່ລະ​ປະ​ເທດ, ປະກອບສ່ວນ​ເຮັດ​ໃຫ້​ຂະ​ແໜງ​ການ​ກວດກາ​ຂອງ ຫວຽດນາມ ​ແລະ ລາວ ນັບ​ມື້​ນັບ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ​ກ່ວາ​ອີກ.

           ຄະນະ​ກໍ​​ໄດ້ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບ​ສະຖານທູດ ຫວຽດນາມ ປະຈຳ ລາວ

ນັກ​ຂ່າວ  VOV ປະຈຳ​ລາວ


ຂ່າວ/ບົດ​ອື່ນ