ຫວຽດນາມແລະລາວເພີ່ມທະວີການຮ່ວມມືໃນຂົງເຂດກະສິກຳ

ຫວຽດນາມແລະລາວເພີ່ມທະວີການຮ່ວມມືໃນຂົງເຂດກະສິກຳ - ảnh 1
ທ່ານ ຫງວຽນ​ວັນ​ບີ​່ງ ​​ຕ້ອນຮັບ​ທ່ານ ທອງ​ວັນ ວິ​ໄລ​ເຮືອງ
(ພາບອິນເຕີແນັດ)

(vovworld) - ຕອນ​ບ່າຍ​ວັນ​ທີ 14/11 ຢູ່ ຮ່າ​ໂນ້ຍ ທ່ານ ຫງວຽນ​ວັນ​ບີ​່ງ ຫົວໜ້າ​ຄະນະ​​ເສດ​ຖະກິດ​ສູນ​ກາງ ​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ຄະນະ​ພັດທະນາ​ຊົນນະບົດ ​ແລະ ລົບ​ລ້າງ​ຄວາມທຸກ​ຍາກ​ສູນ​ກາງ ລາວ ​ໂດຍ​ທ່ານ ທອງ​ວັນ ວິ​ໄລ​ເຮືອງ ຮອງ​ຫົວໜ້າ​ຄະນະ​ປະຈຳ​ການເປັນ​ຫົວໜ້າ​ຄະນະ​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ. ທ່ານ ຫງວຽນ​ວັນ​ບີ​່ງ ສະ​ແດງ​ຄວາມ​ພາກພູມ​ໃຈ​ຕໍ່​ການ​ພົວພັນ​ສາມັກຄີ​ແບບ​ພິ​ເສດ ຫວຽດນາມ - ລາວ ທີ່ນັບ​ມື້​ນັບ​ພັດທະນາ​ເຂົ້າ​ສູ່​ລວງ​ເລິກ, ມີ​ປະ​ສິດທິ​ຜົນ ​ແລະ ​ແທດ​ຈິງ ​ໃນ​ທຸກ​ຂົງ​ເຂດ ພິ​ເສດ​ແມ່ນ​ຂົງ​ເຂດກະສິກຳ. ທ່ານ ຫງວຽນ​ວັນ​ບີ​ງ ຢືນຢັນ​ວ່າ: ພັກ, ລັດ ​ແລະ ປະຊາຊົນ ຫວຽດນາມ ຈະພ້ອມ​ກັບ ພັກ, ລັດ ​ແລະ ປະຊາຊົນ ລາວ ຮັກສາ, ​ເພີ່ມ​ພູນ​ຄູນ​ສ້າງ​ໃຫ້ການ​ພົວພັນ​ມິດ​ຕະພາບ​ທີ່​ເປັນ​ມູນ​ເຊື້ອ ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ ຫວຽດນາມ - ລາວ ນັບ​ມື້​ນັບ​ພັດທະນາ.

ຂ່າວ/ບົດ​ອື່ນ