ຫວຽດນາມແລະລາວເພີ່ມທະວີການຮ່ວມມືໃນຂົງເຂດຊົນເຜົ່າແລະສາສະໜາ

ຫວຽດນາມແລະລາວເພີ່ມທະວີການຮ່ວມມືໃນຂົງເຂດຊົນເຜົ່າແລະສາສະໜາ - ảnh 1
(ກອງ​ປະຊຸມ​ພົບ​ປະ​ເຈລະຈາ​ລະຫວ່າງ​ຄະນະ​ຜູ້​ແທນ​ຄະນະ​ກຳມະການ​ສູນ​ກາງ​ແນວ​
ລາວ​ສ້າງ​ຊາດ ​ແລະ ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ)

(vovworld) –  ຕອນ​ບ່າຍ​ວັນ​ທີ 5/10 ຢູ່​ນະຄອນຫລວງ ວຽງຈັນ, ດຳ​ເນີນ​ກອງ​ປະຊຸມ​ພົບ​ປະ​ເຈລະຈາ​ລະຫວ່າງ​ຄະນະ​ຜູ້​ແທນ​ຄະນະ​ກຳມະການ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ໂດຍ​ທ່ານ ​ເລ​ບ໋າ​ຈິ່ງ, ຮອງ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ນຳ​ໜ້າ, ພວມ​ມີ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ລາວ ​ໃນ​ລະຫວ່ງວັນ​ທີ 5 – 8/10. ທີ່​ການ​ພົບ​ປະ​ເຈລະຈາ, 2 ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ຈະ​ສືບ​ຕໍ່​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ມິດຕະພາບ​ລະ​ຫວ່າງ​ອົງການ​ຈັດ​ຕັ້ງ​ແນວ​ໂຮມ 2 ປະ​ເທດ​ໃນ​ໄລຍະ​ຈະ​ມາ​ເຖິງ; ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ແລະ ​ແນວ​ລາວ​ສ້າງ​ຊາດ ຈະ​ສືບ​ຕໍ່​ຜັນ​ຂະຫຍາຍການ​ປະຕິບັດ​ບັນດາ​ເນື້ອ​ໃນ​ຂໍ້​ຕົກລົງ​ຮ່ວມ​ມື​ໄລຍະ 2011 – 2016 ​ເປັນ​ຢ່າງ​ດີ. ບັນດາ​ຜູ້​ແທນ​ຢືນຢັນ​ວ່າ: ​ເລື່ອງ​ແບ່ງປັນ​ບົດຮຽນຕ່າງໆ ​ໃນ​ວຽກ​ງານ​ສາມັກຄີ​ຊົນ​ຊາດ ​ແລະ ສາມັກຄີ​ສາສະໜາ ​ແມ່ນ​ສຳຄັນ​ທີ່​ສຸດ, ​ເລື່ອງ​ປະຕິບັດ​ວຽກ​ງານ​ນີ້​ໃຫ້​ດີ ຈະ​ປະກອບສ່ວນ​ຮັກສາ​ສະຖຽນ​ລະ​ພາບ ​ແລະ ການພັດທະນາ​ຂອງ​ແຕ່ລະ​ປະ​ເທດ, ຊ່ວຍ​​​ເພີ່ມ​ທະວີ​ຄວາມ​ສະ​ນິດ​ຕິດ​ພັນ​ລະຫວ່າງ 2 ພັກ, 2 ລັດ ​ແລະ ປະຊາຊົນ 2 ປະ​ເທດ​ຢ່າງ​ແໜ້ນ​ແຟ້ນກ່ວາ​ອີກ. ​ໃນ​ໄລ​ຍະ​ຢ້ຽມຢາມ ​ແລະ ​ເຮັດ​ວຽກຢູ່ ລາວ, ຄະນະ​ຜູ້​ແທນ​ສູນ​ກາງ​ແນວ​ໂຮມ​ປະ​​ເທດ​ຊາດ ຫວຽດນາມ ມີ​ການ​ເຮັດ​ວຽກ​ກັບ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ; ຢ້ຽມຢາມ​ສະມາຄົມ​ໃຫຍ່​ຊາວ ຫວຽດນາມ ອາ​ໄສ​ຢູ່ ລາວ; ຢ້ຽ​ມຢາມ​ວິ​ສາ​ຫະກິດ ຫວຽດນາມ ບາງ​ແຫ່ງ​ທີ່​ພວມ​ລົງທຶນ​ຢູ່ ລາວ, ​ເຮັດ​ວຽກ​ກັບ​ຄະນະ​ກຳມະການ​ແນວ​ລາວ​ສ້າງ​ຊາດ​ແຂວງ ວຽງ​ຈັນ.


ຂ່າວ/ບົດ​ອື່ນ