ຫວຽດນາມແລະລາວເພີ່ມທະວີການຮ່ວມມືໃນວຽກງານຊົນເຜົ່າ

ຫວຽດນາມແລະລາວເພີ່ມທະວີການຮ່ວມມືໃນວຽກງານຊົນເຜົ່າ - ảnh 1
ການ​ພົບ​ປະ​ເຈລະຈາ  (ພາບ: PhanKien/TTXVN)

(vovworld) – ​ ​ ຕອນ​ບ່າຍ​ວັນ​ທີ 28/9, ຄະນະ​ຜູ້​ແທນ​ຄະນະ​ກຳມະການ​ຊົນ​ເຜົ່າ ຫວຽດນາມ ​ໂດຍ​ທ່ານ​ລັດຖະມົນຕີ​ຊ່ວ​ຍວ່າການ, ຮອງ​ຫົວໜ້າ​ຄະນະກຳມະການ ຟານ​ວັນ​ຮຸ່ງ ​ເປັນ​ຫົວໜ້າ​ຄະນະ ມີ​ການ​ພົບ​ປະ​ເຈ​ລະ​ຈາ​ກັບ​ຄະນະ​ຜູ້​ແທນ​ຄະນະ​ກຳມະການ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ, ​ໂດຍທ່ານ​ຮອງ​ປະທານ​ຄະນະ​ກຳມະການ ວົງ​ຈັນ ພົມ​ສະຫວັດ ​ເປັນ​ຫົວໜ້າ​ຄະນະ. ທີ່​ການ​ພົບ​ປະ​ເຈລະຈາ, 2 ຝ່າຍ​ກໍ​ເຫັນ​ດີ​ເປັນ​ເອກະ​ພາບ​ຕໍ່ແຜນການ​ຮ່ວມ​ມື​ໃນ​ປີ 2016, ຕາມ​ນັ້ນ ຈະ​ສືບ​ຕໍ່​ບຳລຸງ​ສ້າງ ​ແລະ ສຶກສາ​ອົບ​ຮົມພະນັກງານ​ປະຕິບັດ​ວຽກ​ງານ​ຊົນ​ເຜົ່າ, ຈັດ​ຕັ້ງ​ການແລກປ່ຽນ​ຄົ້ນຄວ້າ​ ​ຕົວ​ຈິງ​ກ່ຽວ​ກັບ​ການ​ກໍ່ສ້າງ ​ແລະ ຈັດ​ຕັ້ງ​ການປະຕິບັດ​ນະ​ໂຍບາຍ​ຊົນ​ເຜົ່າ​ຢູ່​ແຕ່ລະ​ປະ​ເທດ, ພິ​ເສດ​ແມ່ນ​ການ​ເຄື່ອນ​ໄຫວ​ໂຄສະນາ, ຄົ້ນຄວ້າ​ກໍ່ສ້າງ​ນະ​ໂຍບາຍ​ພັດທະນາ​ດ້ານ​ເສດຖະກິດ - ສັງຄົມ​ລຽບຕາມເສັ້ນ​ຊາຍ​ແດນ ຫວຽດນາມ - ລາວ ທີ່​ມີ​ຄວາມ​ຍາວປະມານ​ກ່ວາ 2.000 Km, ຕິດ​ກັບ 10 ​ແຂວງ. ຝ່າຍ ຫວຽດນາມ​ໃຫ້​ຄຳ​ໝັ້ນ​ສັນຍາ​ຊີ້​ນຳ, ​ແນະນຳ​ບັນດາ​ທ້ອງ​ຖິ່ນ​ທີ່​ມີ​ເສັ້ນ​ຊາຍ​ແດນ​ຕິດ​ກັບ ລາວ ​ເອົາ​ໃຈ​ໃສ່​ວຽກ​ງານ​ກໍ່ສ້າງ​ບັນດາ​ໂຄງການ​ພັດທະນາ​ເສດຖະກິດ​ - ສັງຄົມ ດ້ວຍ​ຮູບ​ການ​ທີ່ເໝາະ​ສົມ ​ເພື່ອຮັບປະກັນ​ຊີວິດ​ສັງຄົມ, ລົບ​ລ້າງ​ຄວາມ​ອຶດ​ຫິວ ຫລຸດຜ່ອນ​ຄວາມທຸກ​ຍາກ​ຢູ່ເຂດ​ຊົນ​ເຜົ່າ, ​ເຂດ​ຊາຍ​ແດນ 2 ປະ​ເທດ, ປະກອບສ່ວນ​ປົກ​ປັກ​ຮັກສາ​ເອກະ​ພາບ, ສະຖຽນ​ລະ​ພາບ​ຂອງ​ແຕ່ລະ​ປະ​ເທດ ກໍຄື​ໃນ​ພາກ​ພື້ນ.

ຂ່າວ/ບົດ​ອື່ນ