ຫວຽດນາມແລະລາວໃຫ້ຄຳໝັ້ນສັນຍາເພີ່ມທະວີການພົວພັນແບບພິເສດ

ຫວຽດນາມແລະລາວໃຫ້ຄຳໝັ້ນສັນຍາເພີ່ມທະວີການພົວພັນແບບພິເສດ - ảnh 1
ພິທີຕ້ອນຮັບທ່ານປະທານປະເທດ ເຈີ່ນດ້າຍກວາງ

(vovworld) –​​ ​ໃນ​ລະຫວ່າງ​ວັນ​ທີ 13 – 14/06 ສື່​ມວນ​ຊົນ ລາວ ​ໄດ້​ລົງ​ພິມ​ໃນ​ໜ້າ​ທຳ​ອິດບົດ​ຂຽນຫລາຍ​ບົດ ​ແລະ ຮູບ​ພາບ​ກ່ຽວ​ກັບ​ໝາກຜົນ ກໍ່​ຄື​ບັນດາ​ການ​ເຄື່ອນ​ໄຫວ​ໃນ​ການ​ຢ້ຽມຢາມ​ທາງ​ລັດຖະກິດ​ຂອງ​ທ່ານ​ປະທານ​ປ​ະ​ເທດ ​ເຈີ່ນ​ດ້າຍ​ກວາງ ​ແລະ ພັນ​ລະ​ຍາ​ພ້ອມ​ກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດນາມ ຢູ່ ລາວ ​ໃນ​ລະຫວ່າງ​ວັນ​ທີ 12 – 14/06 ຕາມ​ຄຳ​ເຊີນ​ຂອງ​ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທ​ດ ລາວ ບຸນ​ຍັງ ວໍລະ​ຈິດ. ບັນດາ​ໜັງສື​ພິມ​ຂອງ ລາວ ລ້ວນ​ແຕ່​ຢືນຢັນ​ເລື່ອງ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ​ເລືອກ​​ເອົາ ລາວ ​ເປັນ​ປະ​ເທດ​ທຳ​ອິດ ​ເພື່ອ​ຢ້ຽມຢາມ​ໃນ​ການ​ເຄື່ອນ​ໄຫວ​ການ​ຕ່າງປະ​ເທດ ພາຍຫລັງ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ປະທານ​ປະ​ເທດ ​ເຊິ່ງ​ໄດ້​ສະ​ແດງ​ຄວາມ​ປາດ​ຖະໜາຂອງ​ພັກ, ລັດ ​ແລະ ລັດຖະບານ ຫວຽດນາມ ​ໃນ​ການ​ເພີ່ມ​ທະວີ ​ແລະ ​ເຮັດ​ໃຫ້​ສາຍ​ພົວພັນ​ມິດຕະພາບ, ນ້ຳ​ໃຈ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ພັກ, 2 ລັດຖະບານ ​ແລະ ຂອງ​ປະຊາຊົນ 2 ປະ​ເທດ​​ເລິກ​ເຊິ່ງກ່ວາ​ອີກ, ສິ່ງ​ນັ້ນ ກໍ່​ສະ​ແດງ​ລັກສະນະ​ພິ​ເສດ​ໃນ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ ຫວຽດນາມ - ລາວ.

        ບັນດາ​ໜັງ​ສື່​ພິມ​ໃຫຍ່ຄື: ປະຊາຊົນ, ວຽງ​ຈັນ​ໃໝ່, ປະ​ເທດ​ລາວ, ລາວ​ພັດທະນາ…​ໃນ​ຊຸມ​ວັນ​ຜ່ານ​ມາ ລ້ວນ​ແຕ່ລົງ​ພິມຂ່າວ​ສຳຄັນ​ກ່ຽວ​ກັບ​ໝາກຜົນ​​ແຫ່ງ​ການ​ເຈລະຈາ​ລະຫວ່າງ​ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ​ແລະ ທ່ານ​ເລຂາທິການ​ໃຫຍ່ ປະທານ​ປະ​ເທດ ລາວ ບຸນ​ຍັງ ວໍລະ​ຈິດ. ຕາມ​ສື່​ມວນ​ຊົນ ລາວ ​ແລ້ວ, ທີ່​ການ​ເຈລະຈາ 2 ຝ່າຍ​ຢືນຢັນ​ວ່າ: ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ​ເພື່ອ​ແນ​ໃສ່​ປັບປຸງ​ຄວາມ​ສາມັກ​ຄີ ອາ​ຊຽນ, ຍົກ​ສູງ​ບົດບາດ​ເປັນ​ໃຈກາງ​ຂອງ ອາ​ຊຽນ ​ໃນ​ໂຄງ​ປະກອບ​ຄວາມ​ປອດ​ໄພ​ຂອງ​ພາກ​ພື້ນ; ​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ສະຫງົບ​ປອດ​ໄພ​ຢູ່​ທະ​ເລ​ຕາ​ເວັນ​ອອກ; ​ເຫັນ​ດີ​ເປັນ​ເອກະ​ພາບພ້ອມ​ກັບ​ບັນດາ​ປະ​ເທດ ອາ​ຊຽນ ຊຸກຍູ້​​ແກ້​ໄຂການ​ຂັດ​ແຍ້​ງກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ ດ້ວຍ​​ໂດຍ​ສັນຕິ​ວິທີ, ບົນ​ພື້ນ​ຖານ​ກົດໝາຍ​ສາກົນ; ພ້ອມ​ກັບ​ບັນດາ​ຝ່າຍ​ ປະຕິບັດ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ (DOC) ຢ່າງ​ຄົບ​ຖ້ວນ ​ແລະ ມີ​ປະສິດທິ​ຜົນ ​ແລະ ບັນລຸ​ໄດ້​ປະມວນ​ຂໍ້​ກຳ​ນົດກ່ຽວ​ກັບ​ການ​ປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ​ໂດຍ​ໄວ ​ເພື່ອ​​ແນ​ໃສ່​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ພັດທະນາ​ຢູ່​ພາກ​ພື້ນ ​ແລະ ​ໃນ​ໂລກ.​

ຂ່າວ/ບົດ​ອື່ນ