ຫວຽດນາມແລະສ.Kiribatiສ້າງຕັ້ງການພົວພັນທາງການທູດ

ຫວຽດນາມແລະສ.Kiribatiສ້າງຕັ້ງການພົວພັນທາງການທູດ - ảnh 1
ທ່ານ​ເລ​ຮ່ວາຍ​ຈູງ ​ແລະ ທ່ານ​ນາງ Makurita Baao
ລົງ​ນາມ​ໃນ​ແຈ້ງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ
(ພາບ: vietnamplus.vn)


(vovworld) – ​​ຫວຽດນາມ ​ແລະ ສ. Kiribati, ​ເຊິ່ງ​ແມ່ນປະ​ເທດ​ເກາະ​ຢູ່​ມະຫາ​ສະມຸດ​ປາ​ຊີ​ຝິກ ​ໄດ້​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ຢ່າງ​ເປັນ​ທາງການ ​ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ພົວພັນ​ຮ່ວມ​ມື​ຫຼາຍ​ດ້ານ​ລະຫວ່າງ 2 ປະ​ເທດ. ວັນ​ທີ 15/09, ຢູ່​ສຳນັກງານ​ຄະນະຜູ້ຕາງ​ໜ້າ​ຫວຽດນາມຄຽງ​ຂ້າງ​ສະຫະ​ປະຊາ​ຊາດທີ່​ນິວຢອກ, ປະ​​​ເທດ​ອາ​ເມ​ລິ​ກາ, ທ່ານ​ເອກ​ອັກຄະ​ລັດຖະທູດ​ວິສາມັນຜູ້​ມີ​ອຳນາດ​ເຕັມ, ຫົວ​ຫນ້າ​ຄະນະ​ຜູ້ຕາງໜ້າ​ຫວຽດນາມ ປະຈຳ​ສະຫະ​ປະຊາ​ຊາດ ​ເລ​ຮ່ວາຍ​ຈູງ ​ແລະ ທ່ານ​ນາງ Makurita Baao, ​ເອກ​ອັກຄະ​ລັດຖະທູດ​ວິ​ສາມັນ, ຜູ້​ມີ​ອຳນາດ​ເຕັ​ມ​, ຫົວ​ຫນ້າ​ຄະນະ​ຜູ້​ຕາງໜ້າ ​​ສ.Kiribati ປະຈຳ​ສະຫະ​ປະຊາ​ຊາດ ​ໄດ້​ລົງ​ນາມ​ໃນ​ແຈ້ງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ ສສ.ຫວຽດນາມ ​ແລະ ສ.Kiribati. 2 ຝ່າຍ​ເຫັນ​ດີ​ແລກປ່ຽນ​ຜູ້ຕາງ​ຫນ້າ​​ການ​ທູດ​ຢູ່​ຂັ້ນ​ເອກ​ອັກຄະ​ລັດຖະທູດ ​ແລະ ນຳ​ໃຊ້​ສົນທິສັນຍາ  ວຽນ ປີ 1961 ກ່ຽວ​ກັບ​ການ​ພົວພັນທາງ​ການ​ທູດ ​ໃນ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ 2 ປະ​ເທດ.

        ​​ເລ​ື່ອງສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ກັບສ.Kiribati ຢ່າງ​ເປັນ​ທາງ​ການ ​ໄດ້​ສ້າງ​ພື້ນຖານ​ຢ່າງ​ໝັ້ນຄົງ​ເພື່ອ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ຫຼາຍ​ດ້ານ​ລະຫວ່າງ​ 2 ປະ​ເທດ​ໃນ​ໄລຍະ​ຈະ​ມາ​ເຖິງ, ຕອບ​ສະ​ຫນອງ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ລວມຂອງ​ປະຊາຊົນ 2 ປະ​ເທດ. ຄຽງ​ຂ້າງ​ນັ້ນ, ​ເລື່ອງ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ກັບສ.Kiribati ກໍ່​ສະ​ແດງ​ໃຫ້​ເຫັນນະ​ໂຍບາຍ​ການ​ຕ່າງປະ​ເທດ​ເປີດ​ກວ້າງ, ຫຼາຍ​ຮູບ​ຫຼາຍ​ແບບ, ຫຼາຍຝ່າຍ​ຂອງ​ຫວຽດນາມ, ຖື​ການ​ພົວພັນ​ກັບ​ບັນດາ​ປະ​ເທດ​ຂຶ້ນ​ກັບ​ພາກ​ພື້ນ​ມະຫາ​ສະມຸດ​ປາຊີ​ຟິກ​ໃຕ້ ​ເປັນ​ສຳຄັນ.

ຂ່າວ/ບົດ​ອື່ນ