ຫວຽດນາມແລະສ.ຊູດັງເຊັນສັນຍາການຂົນສົ່ງທາງທະເລ

ຫວຽດນາມແລະສ.ຊູດັງເຊັນສັນຍາການຂົນສົ່ງທາງທະເລ - ảnh 1
ສິ​ນ​ຄ້າ​ຢູ່​ທ່າ​ກຳ​ປັ່ນ ຫາຍ​ຟ່ອງ
(ພາບ: Thế Duyệt/TTXVN)

(vovworld) –​ວັນ​ທີ 17/9, ຢູ່​ຮ່າ​ໂນ້ຍ, ສັນ​ຍາ​​ການຂົນ​ສົ່ງ​ທາງ​ທະ​ເລ​ລະ​ຫວ່າງລັດ​ຖະ​ບານ ຫວຽດ​ນາມ ແລະ ລັດ​ຖະ​ບານ ສ. ຊູ​ດັງ ໄດ້​ຮັບ​ການ​ລົງ​ນາມ. ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​​ຄົມ​ມະ​ນາ​ຄ​ົມຂົນ​ສົ່ງ ຫວຽດ​ນາມ ດິງ​ລາ​ທັງ ແລະ ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຊູ​ດັງ ປະ​ຈຳ ຫວຽດ​ນາມ Sayed Altayeb Ahmed ຕາງ​ໜ້າ​ໃຫ້​ລັດ​ຖະ​ບານ 2 ປະ​ເທດ​ເຊັນ​ສັນ​ຍາ.

        ສັນ​ຍາ​ລວມ​ມີ 11 ຂໍ້, ດ້ວຍ​ເນື້ອ​ໃນ​ຕົ້ນ​ຕໍ​ແມ່ນ​ເພື່ອ​ແນ​ໃສ່​ສ້າງ​ເງື່ອນ​ໄຂ​​ສະ​ດວກ​ໃຫ້​ແກ່​ການ​ຂົນ​ສົ່ງ​ສິນ​ຄ້າ​​ທາງ​ທະ​ເລ. ພາຍຫຼັງ​ສັນ​ຍາ​ມີ​ຜົນ​ສັກ​ສິດ​ຢ່າງ​ເປັນ​ທາງ​ການ, ຫວຽດ​ນາມ ແລະ ຊູ​ດັງ​ຈະ​ຮອງ​ຮັບ​​ສັນ​ຊາດກຳ​ປັ່ນ ແລະ ບັນ​ດາ​ເອ​ກະ​ສານ​​ກຳ​ປັ່ນ​ຂອງ​ກັນ. ສັນ​ຍາກໍ່​ສ້າ​ງ​ພື້​ນ​ຖານ​ດ້ານ​ນິ​ຕິ​ກຳ​ເພື່ອ​ໃຫ້ 2 ປະ​ເທດ​ຮອງ​ຮັບ​ເອ​ກະ​ສານ​ສ່ວນ​ຕົວ​ຂອງ​ລູກ​ເຮືອ​ແຕ່​ລະ​ຄົນ ແລະ ອະ​ນຸ​ຍາດ​ໃຫ້​ລູກ​ເຮືອ​ແຕ່​ລະ​ຄົນ​ຂຶ້ນ​ດິນ​ຕໍ່​ແຜ່ນ​ໃນ​ໄລ​ຍ​ະ​ເວ​ລາກຳ​ປັ່ນ​ເຂົ້າ​ທຽບ​ທ່າ. ນອກ​ຈາກນັ້ນ, ສັນ​ຍາກໍ່​ອະ​ນຸ​ຍາດ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມ ເຂົ້າ​ຮ່ວມ​ການ​ລົງ​ທຶນເຂົ້າ​ໃນ​ບັນ​ດາ​ຂົງ​ເຂດ​ການ​ບໍ​ລິ​ການ​ເດີນ​ເຮືອ ຢູ່ ຊູ​ດັງ ແລະ ກົງ​ກັນ​ຂ້າມ.


ຂ່າວ/ບົດ​ອື່ນ