ຫວຽດນາມແລະອັກຊັງຕີນປັບປຸງການພົວພັນຮ່ວມມື

ຫວຽດນາມແລະອັກຊັງຕີນປັບປຸງການພົວພັນຮ່ວມມື - ảnh 1
(ພາບ​ປະ​ກອບ​ຈາກ 123RF)

(vovworld) – ວັນ​ທີ 5/12, ຢູ່​ນະ​ຄອນຫຼວງ Buenos Aires, ອັກ​ຊັງ​ຕີນ ແລະ ຫວຽດ​ນາມ ໄດ້​ດຳ​ເນີນ​ວາ​ລະ​ທາບ​ທາມການ​ເມືອງ ຄັ້ງ​ທີ 7, ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື 2 ຝ່າຍ. ທີ່​ການ​ເຮັດ​ວຽກ, ທ່ານ Carlos Foradori, ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ປະ​ເທດ​ເຈົ້າ​ພາບ ແລະ ທ່ານ ດັ້ງ​ດິ່ງ​ກູ໋ຍ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ເປັນ​ເອ​ກະ​ພາບ​ສືບ​ຕໍ່​ປັບ​ປຸງ​ກາ​ນ​ຮ່ວມ​ມື​ໃນ​ບັນ​ດາ​ເວ​ທີ​ປາ​ໄສຫຼາຍ​ຝ່າຍ, ໃນ​ນັ້ນ​ມີ​ເວ​ທີ​ປາ​ໄສ​ຮ່ວມ​ມື ອາ​ເມ​ລິ​ກາ ລາ​ຕີນ ແລະ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ພ້ອມ​ທັງ​ເນັ້ນ​ໜັກ​ຄວາມ​ສຳ​ຄັນ​ຂອງ​ການ​ແກ້​ໄຂ​ບັນ​ດາ​ຄວາມບໍ່​ລົງ​ລອຍ​ກັນ​ໂດຍ​ສັນ​ຕິ​ວິ​ທີ, ບົນ​ພື້ນ​ຖານ​ເຄົາ​ລົບ​ກົດ​ໝາຍ​ສາ​ກົນ ແລະ ກົດ​ບັດ ສ​ປ​ຊ. ສອງ​ຝ່າຍກໍ່​ແລກ​ປ່ຽນ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ເຊື່ອມ​ໂຍງ​ເຂົ້າ​ກັບພາກ​ພື້ນ, ອົບ​ພະ​ຍົບ, ປ້ອງ​ກັນ, ຕ້ານ​ການ​ຄ້າ​ມະ​ນຸດ ແລະ ບັນ​ດາ​ການ​ເຄື່ອນ​ໄຫວ​ອາດ​ຊະ​ຍາ​ກຳ​ມີ​ການ​ຈັດ​ຕັ້ງ. ທ່ານ​ຮອງ​ລັດ​ຖະ​ມົນ​ຕີ Foradori ໄດ້​ສະ​ແດງ​ຄວາມ​ປາດ​ຖະ​ໜາ​ວ່າ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ບັນ​ດາ​ປະ​ເທດ ອາ​ຊີ - ປາ​ຊີ​ຟິກ, ກໍ່​ຄື​ການ​ເຂົ້າ​ຮ່ວມ​ສົນ​ທິ​ສັນ​ຍາ​ໄມຕິຈິດ ແລະ ການ​ຮ່ວມ​ມື​ ອາ​ຊຽນ.


ຂ່າວ/ບົດ​ອື່ນ