ຫວຽດ​ນາມແລະອາ​ເມ​ລິ​ກາ​​ຊຸກ​ຍູ້ກາ​ນ​ຮ່ວມ​ມືແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງຈາກ​ສົງ​ຄາມ, ຮັບ​ປະ​ກັນ​ຄວາມ​ສະ​ຫງົບ, ຄວາມ​ປອດ​ໄພ​ໃນການເດີນທະ​ເລ

(VOVWORLD) - ວັນທີ 20 ສິງຫາ, ທີ່ນະຄອນຫຼວງຮ່າໂນ້ຍ, ທ່ານພົນໂທຟ້າມຫງອັກມິງ, ຮອງຫົວໜ້າເສນາທິການໃຫ່ຍກອງທັບປະຊາຊົນຫວຽດນາມ, ໄດ້ໃຫ້ການຕ້ອນຮັບທ່ານນາງ Tammy Duckworth, ສະມາຊິກສະພາສູງອາເມລິກາເນື່ອງໃນໂອກາດທ່ານ ນາງ ມາຢ້ຽມຢາມແລະເຮັດວຽກ ຢູ່ຫວຽດນາມ.
ຫວຽດ​ນາມແລະອາ​ເມ​ລິ​ກາ​​ຊຸກ​ຍູ້ກາ​ນ​ຮ່ວມ​ມືແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງຈາກ​ສົງ​ຄາມ, ຮັບ​ປະ​ກັນ​ຄວາມ​ສະ​ຫງົບ, ຄວາມ​ປອດ​ໄພ​ໃນການເດີນທະ​ເລ - ảnh 1ການຕ້ອນຮັບທ່ານນາງ Tammy Duckworth, ສະມາຊິກສະພາສູງອາເມລິກາ (ພາບ: Bienphong) 

        ນະທີ່ນີ້, ທ່ານພົນໂທຟ້າມຫງອັກມິງຢັ້ງຢືນວ່າ: ໃນໄລຍະຜ່ານມາ, ການພົວພັນຮ່ວມມືດ້ານປ້ອງກັນປະເທດສອງຝ່າຍລະຫວ່າງຫວຽດນາມແລະອາເມລິການັບມື້ນັບເຂົ້າສູ່ລວງເລິກ, ມີປະສິດທິຜົນ, ສອດຄ່ອງກັບຄວາມອາດສາມາດ, ຄວາມຕ້ອງການຂອງແຕ່ລະປະເທດ. ໃນການພົວພັນກັບອາເມລິກາ, ຍາມໃດຫວຽດນາມກໍ່ຖືເປັນສຳຄັນແລະ ໃຫ້ບູລິມະສິດແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ຊອກຫາທະຫານທີ່ຫາຍສາບສູນ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດບໍ່ທັນແຕກ, ແກ້ໄຂມົນລະພິດ dioxin.

        ທ່ານນາງ Tammy Duckworth ໃຫ້ຮູ້ວ່າອາເມລິກາຈະສືບຕໍ່ຮ່ວມມືກັບຫວຽດນາມໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ຮັບປະກັນຄວາມສະຫງົບ, ຄວາມປອດໄພໃນການເດີນທະເລ, ຊ່ວຍເຫຼືອຫວຽດນາມຜັນຂະຫຍາຍໂຮງໝໍກາງສະໜາມຂັ້ນ 2 ເລກ 2 ຢູ່ຄະນະປະຕິບັດງານຮັກສາສັນຕິພາບສະຫະປະຊາຊາດໃຫ້ຖືກຕ້ອງຕາມແຜນການ ແລະບັນດາຂົງເຂດອື່ນທີ່ສອງຝ່າຍໃຫ້ຄວາມສົນໃຈ.

ຕອບກັບ

ຂ່າວ/ບົດ​ອື່ນ