ຫວຽດນາມແລະເມກຊີໂກມີຄວາມປະເອີບໃຈກ່ຽວກັບແງ່ຫວັງຮ່ວມມື2ຝ່າຍ

ຫວຽດນາມແລະເມກຊີໂກມີຄວາມປະເອີບໃຈກ່ຽວກັບແງ່ຫວັງຮ່ວມມື2ຝ່າຍ - ảnh 1
(ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽ​ດນາມ
ປະຈຳ​ເມກ​ຊີ​ໂກ ​ເລ​ລິງ​ລານ)


​(vovworld) -  ​ເມື່ອ​ຕອບສຳພາດນັກ​ຂ່າວ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ຫວຽດນາມ - ​ເມກ​ຊີ​ໂກ (19/05/1975 – 19/05/2015), ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽ​ດນາມ ປະຈຳ​ເມກ​ຊີ​ໂກ ​ເລ​ລິງ​ລານ ​ເນັ້ນ​ໜັກ​ວ່າ, ທັງ 2 ປະ​ເທດ​ລ້ວນ​ແຕ່​ແມ່ນ​ພື້ນຖານ​ເສດຖະກິດ​ພວມ​ພັດທະນາ​ຢ່າງ​ຂະຫຍັນ​ຂັນ​ເຂື່ອນ, ​ເປິ​ີດປະຕູ ​ແລະ ມີ​ຕະຫຼາດ​ພາຍ​ໃນ​ທີ່​ໃຫຍ່​ຫຼວງ, ນອກຈາກ​ນັ້ນ ປະຈຸ​ບັນທັງ 2 ປະ​ເທດພວມ​ຍູ້​ແຮງ​ການ​ປະຕິ​ຮູບ​ດ້ານ​ເສດ​ຖະກິດ. ບັນດາ​ປັດ​ໃຈ​ດັ່ງກ່າວ​ພ້ອມກັບ​ຄວາມ​ສາມາດ​ລົງ​ນາມ​ໃນ​ສັນຍາຄູ່​ຮ່ວມ​ມື​​ເສດຖະກິດ​ຂ້າມ​ປາຊີ​ຟິກ (TPP) ​ໂດຍ​ໄວ ຈະ​ເປີດ​ກາລະ​ໂອກາດ​ທີ່​ໃຫຍ່​ຫຼວງ​ເພື່ອ​ໃຫ້ 2 ຝ່າຍ​ຊຸກ​ຍູ້ການ​ຮ່ວມ​ມື​ດ້ານ​ການ​ຄ້າ ​ແລະ ການ​ລົງທຶນ. ທ່ານເອກ​ອັກຄະ​ລັດຖະທູດ​ ​ເລ​ລິງ​ລານ ​ເນັ້ນ​ໜັກ​ຕື່ມ​ອີກ​ວ່າ: ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື ​ແລະ ຂຸດ​ຄົ້ນ​ທ່າ​ແຮງຂອງ​ແຕ່ລະ​ປະ​ເທດ​ຢ່າງ​ມີ​ປະສິດທິ​ຜົນ​ກວ່າ, 2 ຝ່າຍ​ຄວນ​ຍູ້​ແຮງ​ການ​ຜັນ​ຂະຫຍາຍ​ບາງ​ມາດ​ຕະການ​ຕາມ​ການ​ກຳນົດ​ທິດ​ຄື: ​ເພີ່ມ​ທະວີ​ການ​ພົບ​ປະ​ແລກປ່ຽນ​ທຸກ​ຂັ້ນ, ຍູ້​ແຮງ​ການກໍ່​ສ້າງ ​ແລະ ສ້າງ​ສຳ​ເລັດ​ບັນດາ​ກົນ​ໄກ​ຮ່ວມ​ມື 2 ຝ່າຍ; ​ເພີ່ມ​ທະວີ​ການ​ສະໜອງ ​ແລະ ​ແລກປ່ຽນ​ຂໍ້​ມູນ​ກ່ຽວ​ກັບ​ນະ​ໂຍບາຍ, ສະພາບ​ແວດ​ລ້ອມ, ກາລະ​ໂອກາດ​ດຳ​ເນີນ​ທຸ​ລິ​ກິດ…

ຂ່າວ/ບົດ​ອື່ນ