ຫວຽດນາມແລະໂມຊຳບິກເພີ່ມທະວີການຮ່ວມມືດ້ານເສດຖະກິດ,ການຄ້າ

ຫວຽດນາມແລະໂມຊຳບິກເພີ່ມທະວີການຮ່ວມມືດ້ານເສດຖະກິດ,ການຄ້າ - ảnh 1
ງານ​ພົບ​ປະ​ແລກ​ປ່ຽນ​​ລະ​ຫວ່າງວິ​ສາ​ຫ​ະ​ກິດ​ຫວຽດ​ນາມ - ໂມ​ຊຳ​ບິກ
(ພາບ: ສະ​ຖານ​ທູດ​ຫວຽດ​ນາ​ປະ​ຈຳໂມ​ຊຳ​ບິກ)

(vovworld) - ​ໃນ​ລະ​ຫວ່າງວັນ​ທີ 23 – 24/06, ຢູ່​ນະ​ຄອນ​ຫຼວງ Maputo, ສະ​ຖານ​ທູດ​ຫວຽດ​ນາມ ປະ​ຈຳໂມ​ຊຳ​ບິກ ໄດ້​ສົມ​ທົບ​ກັບ​ທູດ​ການ​ຄ້າ​ຫວຽດ​ນາມ ປະ​ຈຳ​ອາ​ຟ​ລິ​ກາ​ໃຕ້ທັງ​ຢູ່ໂມ​ຊຳ​ບິກ, ພະ​ແນກ​ອຸດ​ສາ​ຫະ​ກຳ​​ການ​ຄ້ານະ​ຄອນ​ຮ່າ​ໂນ້ຍ ຈັດ​ຕັ້ງ​ງານ​ພົບ​ປະ​ແລກ​ປ່ຽນ​​ລະ​ຫວ່າງວິ​ສາ​ຫ​ະ​ກິດ​ຫວຽດ​ນາມ - ໂມ​ຊຳ​ບິກ ແລະ ເປີດ​ຮ້ານ​ວາງ​ສະ​ແດງ​ຜະ​ລິດ​ຕະ​ພັນ “Made in Viet Nam”, ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ການ​ຄ້າ​ລະ​ຫວ່າງ 2 ປະ​ເທດ.

        ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ ​ຫວູ​ແທ່ງ​ນາ​ມ, ອຸ​ປະ​ທູດ​ສະ​ຖານ​ທູ​ດຫວຽດ​ນາມ ປະ​ຈຳໂມ​ຊຳ​ບິກ ເນັ້ນ​ໜັກ​ວ່າ, ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ​ແມ່ນ​ໜຶ​່ງ​ໃນ​ບັນ​ດາ​ບຸ​ລິ​ມະ​ສິດ​ຢ່າງ​ໃຫຍ່​ຫຼວງ​ຂອງ​ການ​ນຳ​ຂັ້ນ​ສູງ 2 ປະ​ເທດ ທີ່​ໄດ້​ເຫັ​ນ​ດີ​ເປັນ​ເອ​ກະ​ພາບ​ນຳ​ກັນ​ໃນ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ເຖິງໂມ​ຊຳ​ບິກ ຂອງ​ທ່ານອ​ະ​ດີດ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ (ເມື່ອ​ເດືອນ 03/2016). ງານ​ພົບ​ປະ​ແລກ​ປ່ຽນ​​ຄັ້ງນີ້​ແມ່ນ​ການ​ເຄື່ອນ​ໄຫວ​ແທດ​ຈິ່ງ, ມີ​ປະ​ສິດ​ທິ​ຜົນ, ຜ່ານນີ້​ໄດ້​ຊ່ວຍ​ໃຫ້​ວິ​ສາ​ຫະ​ກິດ 2 ປະ​ເທດ​ມິ​ຄວາມ​ເຂົ້າ​ໃ​ຈ​ເຊິ່ງ​ກັນ​ແລະ​ກັນ​ກວ່າ ແລະ ຊ່ວຍ​ໃຫ້​ວິ​ສ​າ​ຫະ​ກິດ​ຫວຽດ​ນາມ ແຊກ​ແຊງ​ເຂົ້າ​ຕະ​ຫຼາດໂມ​ຊຳ​ບິກ ຢ່າງ​ເລິກ​ເຊິ່ງກວ່າ.

ຂ່າວ/ບົດ​ອື່ນ