ຫວຽດນາມແລະໂມຊຳບິກເພີ່ມທະວີການຮ່ວມມືປ້ອງກັນປະເທດ

ຫວຽດນາມແລະໂມຊຳບິກເພີ່ມທະວີການຮ່ວມມືປ້ອງກັນປະເທດ - ảnh 1
ຫວຽດນາມແລະໂມຊຳບິກເພີ່ມທະວີການຮ່ວມມືປ້ອງກັນປະເທດ
(ພາບ: vietnamplus.vn)


​(vovworld) - ຄະນະ​ພະນັກງານ​ຂັ້ນ​ສູງ​ວິທະຍາຄານ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ​ໂດຍ​ພົນ​ໂທ ຫວໍ​ຕຽນ​ຈຸ​ງ, ຫົວໜ້າ​ວິທະຍາຄານ​ນຳ​ໜ້າ​​​ໄດ້ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ສ.ໂມ​ຊຳ​ບິ​ກ ​ໃນ​ລະຫວ່າງ​ວັນ​ທີ 30/06 – 02/07. ນີ້​ແມ່ນ​ການ​ຢ້ຽມຢາມ​ຄັ້ງທຳ​ອິດ​ຂອງ​ຄະນະ​ການ​ນຳ​ຂັ້ນ​ສູງ​ກອງທັບ​ປະຊາຊົນ​ຫວຽດນາມ ນັບ​​ແຕ່​ເວລາ​ຫວຽດນາມ ​ເປີດ​ສະຖານທູດ​ປະຈຳໂມ​ຊຳ​ບິ​ກ ​ເມື່ອ​ປີ 2009. ​ໃນ​ໄລ​ຍະ​ຢູ່​ຢ້ຽມຢາມ, ຄະນະ​ຜູ້​ແທນ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ທ່ານລັດຖະມົນຕີ​ຊ່ວຍວ່າການ​ຜູ້​ປະຈຳການ​ກະຊວງ​ປ້ອງ​ກັນ​ປະ​ເທດໂມ​ຊຳ​ບິ​ກ Patricio Jose ​ແລະ ທ່ານ​ເສນາ​ທິການ​ໃຫຍ່​ບັນດາ​ກຳລັງ​ປະກອບ​ອາວຸດໂມ​ຊຳ​ບິ​ກ, ພົນ​​ເອກ Graca Tomas Chongo ກ່ຽວ​ກັບ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ກອງທັບ 2 ປະ​ເທດ…

      ​ເມື່ອ​ແລກປ່ຽນ​ກັບ​ຄະນະ​ຜູ້​ແທນ​ຫວຽດນາມ, ການ​ນຳ​ຂັ້ນ​ສູງ​ກອງ​ທັບໂມ​ຊຳ​ບິ​ກ ​ໄດ້​ຕີ​ລາຄາ​ສູງ​ການ​ຊ່ວຍ​ເຫຼືອ​ ​ແລະ ການ​ຮ່ວມ​ມື​ອັນ​ລ້ຳ​ຄ່າ​ຂອງ​ກອງທັບ​ຫວຽດນາມ ​ໃນ​ຂົງ​ເຂດ​ຄົ້ນ​ຄ້ວາຍຸ​ດທະ​ສາດ, ບຳລຸງ​ສ້າງ, ກໍ່ສ້າງ​ກຳລັງ… ​ໃນ​ໄລຍະ​ຈະ​ມາ​ເຖິງ, ໂມ​ຊຳ​ບິ​ກ ຈະ​ສົ່ງ​​ທະຫານມາ​ຫວຽດນາມ ​​ເພື່ອ​ເຂົ້າ​ຮ່ວມບັນດາ​ຊຸດ​ບຳລຸງ​ສ້າງສາກົນ​ຢູ່​ຫວຽດນາມ.

      ພົນ​ໂທ ຫວໍ​ຕຽນ​ຈຸ​ງ ​ເນັ້ນ​ໜັກ​ວ່າ, ຫວຽດນາມ ພ້ອມ​ແລ້ວ​ທີ່​ຈະ​ແບ່ງປັນ​ບົດຮຽນ​ອັນ​ລ້ຳ​ຄ່າ​ຂອງ​ຕົນກັບ​ກອງທັບ​ບັນດາ​ປະ​ເທດເພື່ອ​ນມິດທີ່​ເປັນ​ມູນ​ເຊື້ອ. ພົນ​ໂທ ຫວໍ​ຕຽນ​ຈຸ​ງ ກໍ່​​ແຈ້ງ​ໃຫ້​ເພື່ອນ​ມິດໂມ​ຊຳ​ບິ​ກ ຊາບກ່ຽວ​ກັບ​ບັນດາ​ການ​ຜັນ​ແປ່​ຢ່າງ​ສັບສົນ​ຄື​ໃນ​ປະຈຸ​ບັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ ພ້ອມ​ກັນ​ນະ​ໂຍບາຍສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ ​ແລະ ຢືດໝັ້ນ​ຂອງ​ລັດ, ກອງທັບ​ປະຊາຊົນ​ຫວຽດນາມ ​ໃນ​ການ​ປົກ​ປັກ​ຮັກສາ​ຜືນ​ແຜ່ນດິນ ​ແລະ ອະທິປະ​ໄຕ​ທີ່​ສັກກະ​ລະ​ບູຊາ​ຂອງ​ປະ​ເທດ​ຊາດ.

ຂ່າວ/ບົດ​ອື່ນ