ຫວຽດນາມແລະໂຮນລັງເພີ່ມທະວີການຮ່ວມມືໃນຂົງເຂດຄົ້ນຄວ້າກ່ຽວກັບນ້ຳແລະກໍ່ສ້າງ,ຄຸ້ມຄອງທ່າກ່ຳປັ່ນ

ຫວຽດນາມແລະໂຮນລັງເພີ່ມທະວີການຮ່ວມມືໃນຂົງເຂດຄົ້ນຄວ້າກ່ຽວກັບນ້ຳແລະກໍ່ສ້າງ,ຄຸ້ມຄອງທ່າກ່ຳປັ່ນ - ảnh 1
(ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈິ້ງ​ດິ່ງ​ຢຸງ  
​ເຮັດ​ວຽກ​ກັບ​ອຳ​ນາດ​ການ​ປົກ​ຄອງ​ທ່າ​ກ່ຳ​ປັ່ນ Rotterdam)

(vovworld) - ​ໂດຍ​ສືບ​ຕໍ່​ການ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ໂຮນ​ລັງ, ຕອນ​ເຊົ້າ​ວັນ​ທີ 20/04 (ຕາມ​ເວ​ລາ​ທ້ອງ​ຖິ່ນ), ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈິ້ງ​ດິ່ງ​ຢຸງ ໄດ້​ໄປ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ກັບ​ສະ​ຖາ​ບັນ​ຄົ້ນ​ຄວ້າ Delrares.  ທີ່​ການ​ເຮັດ​ວຽກ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈິ້ງ​ດິ່ງ​ຢຸງ ໄດ້​ຊົມ​ເຊີຍ​ປະ​ສິດ​ທິ​ຜົນ​ບັນ​ດາ​ໂຄງ​ການ​ໂດຍ​ສະ​ຖາ​ບັນ​ຜັນ​ຂະ​ຫຍາຍ​ຢູ່​ຫວຽດ​ນາມ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດເຕືອນ​ໄຫວ​ຮັບ​ມື​ກັບ​ໄພ​ທຳ​ມະ​ຊາດ, ຕ້ານ​ການ​ເຊາະ​ເຈືອນ​ຢູ່​ເຂດ​ຝັ່​ງ​ແມ່​ນ້ຳ, ຝັ່ງ​ທະ​ເລ ແລະ ຕ້ານ​ນ້ຳ​ເຄັມ​ຊຶມ​ເຂົ້າ; ​ພ້ອມ​ທັງສະ​ແດງ​ຄວາມ​ປາດ​ຖະ​ໜາ​ຢາກ​ໃຫ້ 2 ຝ່າຍ​ຮ່ວມ​ມື​ໃນ​ຂົງ​ເຂດ​ດັ່ງ​ກ່າວ​​ຫຼາຍກວ່າ​ອີກ.

        ກ່ອນ​ໜ້ານັ້ນ, ຕອນ​ບ່າຍ​ວັນ​ທີ 19/04, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈິ້ງ​ດິ່ງ​ຢຸງ  ແລະ ຄະ​ນະ​ປະ​ຕິ​ບັດ​ງານ​ລັດ​ຖະ​ບານ​ຫວຽດ​ນາມ ໄດ້​ມີ​ການ​ເຮັດ​ວຽກ​ກັບ​ອຳ​ນາດ​ການ​ປົກ​ຄອງ​ທ່າ​ກ່ຳ​ປັ່ນ Rotterdam ເພື່ອ​ຊອກ​ຮູ້​ກ່ຽວ​ກັບ​ບົດ​ຮຽນ​​ໃນ​ການວາງ​ແຜນ​ຜັງ, ກໍ່​ສ້າງ, ​ນຳ​ເຂົ້າເຄື່ອນ​ໄຫວ ແລະ ຂຸດ​ຄົ້ນ​ທ່າ​ກ່ຳ​ປັ່ນ. ຢູ່​ທີ່ນີ້, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈິ້ງ​ດິ່ງ​ຢຸງ ປາດ​ຖະ​ໜາ​ວ່າ ອຳ​ນາດ​ການ​ປົກ​ຄອງ​ທ່າ​ກ່ຳ​ປັນ Rotterdam ​ຈະ​ຜັນ​ຂະ​ຫຍາຍ​ການ​ຮ່ວມ​ມື​ຢ່າງ​ເລິກ​ເຊິ່ງກວ້າງ​ຂວາງ​​ຢູ່​ຫວຽດ​ນາມ ໃນ​ຂົງ​ເຂດ​ວາງ​ແຜນ​ຜັງ​ທ່າ​ກ່່ຳ​ປັ່ນ ແລະ ການ​ບໍ​ລິ​ການ​ຂົນ​ສົ່ງພະ​ລາ​ທິ​ການ​ໂດ​ຍ​ໄຫວ, ຊອກ​ຮູ້​ບົດ​ຮຽນ​ໃນ​ການ​ຕ້ານ​​ເຊາະ​ເຈືອນ, ປົກ​ປັກ​ຮັກ​ສາ​ຝັ່ງ​ທະ​ເລ​ດ້ວຍ​ກຳ​ລັງ​ແຮງ​ລົມ.


ຕອບກັບ

ຂ່າວ/ບົດ​ອື່ນ