ຫວຽດນາມແອລາຍແມ່ນ ບໍລິສັດການບິນອາຊີ ທຳອິດມີເຮືອບິນ ແອເບີສ A350


 ຫວຽດນາມແອລາຍແມ່ນ ບໍລິສັດການບິນອາຊີ ທຳອິດມີເຮືອບິນ ແອເບີສ A350 - ảnh 1

(ພາບ: airbus )

(vovworld) –​​​​ຫວຽດນາມ​ແອ​ລາຍ​ຈະ​ກາຍ​ເປັນ​ບໍລິສັດ​ການບິນ​ທຳ​ອິດ​ຢູ່​ອາຊີ ​ແລະ ບໍລິສັດ​ທີ​ສອງ​ໃນ​ໂລກ ຂຸດ​ຄົ້ນ​ເຮືອບິນ​ທັນ​ສະ​ໄໝ​ຂອງ​ແອ​ເບີ​ສ A350. ​ເຮືອບິນ A350 XWB ລຳ​ທຳອິດຂອງ​ຫວຽ​ດນາມ​ແອ​ລາຍ ພວມ​ໄດ້ຮັບ​ການ​ຕິດຕັ້ງຢູ່​ຝະລັ່ງ ​ແລ​ະ ຫວຽດນາມ​ແອ​ລາຍ ຈະ​ຮັບ​ເຮືອບິນ​ລຳ​ນີ້​ໃນ​ທ້າຍ​ປີ 2015. ນີ້​ແມ່ນ​ເຮືອບິນ​ລຳ​ທຳ​ອິດ​ໃນ​ຈຳນວນ​ເຮືອບິນ A350-900 ​ທັງ​ໝົດ 10 ລຳຊື່​ງຫວຽດນາມ​ແອ​ລາຍສັ່ງ​ຊື້​ຂອງ​ບໍລິສັດ​ຜະລິດ​ເຮືອບິນ​ແອ​ເບີ​ສ ​ແນ​ໃສ່​ຮັບ​ໃຊ້​ບັນດາ​ສາຍ​ການບິນ​ສາກົນ​ຂອງ​ບໍລິສັດ. ​ຄາດ​ວ່າ, ເຮື​ອບິນ A350 ທົດ​ລອງ 5 ລຳຈະ​ຖືກ​ນະ​ເຂົ້າຂຸດ​ຄົ້ນ​ໃນ​ໄຕ​ມາດ​ທີ 4/2014. ນີ້​ແມ່ນ​ເຮືອບິນ​ທັນ​ສະ​ໄໝ, ປະ​ຢັດ​ພະລັງງານ, ​ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ​ຂອງ​ແອ​ເບີ​ສ./.

ຂ່າວ/ບົດ​ອື່ນ