ຫວຽດນາມໃຫ້ຄຳໝັ້ນສັນຍາສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນກັບ ສປຊ

ຫວຽດນາມໃຫ້ຄຳໝັ້ນສັນຍາສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນກັບ ສປຊ - ảnh 1
ທ່ານ​ຮ​ອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ຟ້າມ​ບີ່ງ​ມີງ 

(vovworld) - ​​​​​ ​​ ​ພິ​ທີ​ໄຂ​ກອງ​ປະ​ຊຸມ​ຂັ້​ນ​ສູງ ສ​ປ​ຊ ພາກ​ພື້ນ ອາ​ຊີ - ເອີ​ລົບ ກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​​ຫັ​ນ​ການ​ຂົນ​ສົ່ງ​ສິນ​ຄ້າ​, ການ​ຄ້າ​ເປັນ​ສະ​ດວກ ແລະ ປະ​ຕິບ​ັດ​ໂຄງ​ການ​ດຳ​ເນີນ​ງານ 2030 ເພື່ອ​ການ​ພັດ​ທະ​ນາ​ແບບຍ​ືນ​ຍົງ ໄດ້​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 7/3, ຢູ່​ຮ່າ​ໂນ້ຍ. ກອງ​ປະ​ຊຸມ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ​ສາ​ກົນ​ ແລະ ພາຍ​ໃນ​ປະ​ເທດ​ ປະ​ມານ 200 ທ່ານ.

        ກ່າວ​ຄຳ​ເຫັນ​ທີ່​ວາ​ລະ​ໄຂ​ກອງ​ປະ​ຊຸມ, ທ່ານ​ຮ​ອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ຟ້າມ​ບີ່ງ​ມີງ ເນັ້ນ​ໜັກ​ວ່າ: ປີນີ້ ແມ່ນ​ປີ​ທີ​ສອງທີ່ຜັນ​ຂະ​ຫຍາຍ​ໂຄງ​ການ​ດຳ​ເນີນ​ງານ 2030 ກ່ຽວ​ກັບ​ການ​ພັດ​ທະ​ນາ​ແບບຍ​ືນ​ຍົງ​ເພື່ອ​ປະ​ຊາ​ຊົນ. ນີ້​ແມ່ນ​ໂຄງ​ການ​ດຳ​ເນີນ​ງານ​​ໄດ້​ຮັບ​ການ​ໜູນ​ຊ່ວຍ​ຍ້ອນ​ມີຫຼາຍ​ຄູ່​ຮ່ວມ​ມື​ກ່ຽວ​ກັບ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ, ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ, ບໍ່​ປະ​ໃຫ້​ບໍ່​ວ່າ​ປະ​ເທດ​ໃດ​ໆ​ຖືກ​​ປະ​ຢູ່​ທາງຫຼັງ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ຟ້າມ​ບີ່ງ​ມິງ ໄດ້​ແໜ້ນ​ໜັກ​ວ່າ:

        “​ປີນີ້​ແມ່ນ​ຂີດ​ໝາຍ​ຄົບ​ຮອບ 40 ປີ​​ທີ່ ຫວຽດ​ນາມ ເຂົ້າ​ເປັນ​ສະ​ມາ​ຊິກ​ຂອງ ສ​ປ​ຊ. ໃນ​ຕະຫຼອດ 40 ປີຜ່ານ​ມາ, ສ​ປ​ຊ ໄດ້​ໜູນ​ຊ່ວຍ ຫວຽດ​ນາມ ຫຼາຍ​ຢ່າງ ແລະ ບັນ​ລຸ​ໄດ້​ຜົນ​ງານ​ສຳ​ຄັນຫຼາຍ​ຢ່າງ. ຫວຽດ​ນາມ ສະ​ແດງ​ຄວາມ​ຂອບ​ອົ​ກຂອບ​ໃຈ ແລະ ຫວັງ​ວ່າ ສ​ປ​ຊ ​ຈະສືບ​ຕໍ່​ໜູນ​ຊ່ວຍ ຫວຽດ​ນາມ ໃນ​ໄລ​ຍະ​ຈະ​ມາ​ເຖິງ. ສ່ວນ ຫວຽດ​ນາມ ​ກໍ່ໃຫ້​ຄຳໝັ້ນ​ສັນ​ຍາ​​ວ່າຈະ​ມາ​ນະ​ພະ​ຍາ​ຍາມ​ໃຫ້ຫຼາຍ​ກ່​ວາ​ເພື່ອ​ປະ​ກອບ​ສ່ວນ​ເຂົ້າ​ວຽກ​ງານ​ລວມ​ຂອງ ສ​ປ​ຊ ແລະ ກອງ​ປະ​ຊຸມ​ຂັ້ນ​ສູງ​ຄັ້ງ​ນີ້​ແມ່ນ​ການ​ປະ​ກອບ​ສ່ວນ​ຂອງ ຫວຽດ​ນາມ ດ້ວຍ​ຖາ​ນະ​​ແມ່ນປະ​ເທດ​ພວມ​ພັດ​ທະ​ນາ ເພື່ອ​​ແນ​ໃສ່ເຊື່ອມ​ຈອດ​ພາກ​ພື້ນ ອາ​ຊີ - ເອີ​ລົບ ປະ​ຕິ​ບັດ​ໂຄງ​ການ​ດຳ​ເນີນ​ງານ​ປີ 2030 ເພື່ອ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ.”


ຂ່າວ/ບົດ​ອື່ນ