ຫວຽດນາມໄດ້ຮັບການຕີລາຄາສູງໃນຖານະເປັນປະເທດປະສານງານການພົວພັນອາຊຽນ-ອີຢູອາຍຸການ2012-2015

ຫວຽດນາມໄດ້ຮັບການຕີລາຄາສູງໃນຖານະເປັນປະເທດປະສານງານການພົວພັນອາຊຽນ-ອີຢູອາຍຸການ2012-2015 - ảnh 1
​ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມບິ່ງ​ມິ​ງ

(vovworld) – ຕອນ​ບ່າຍ​ວັນ​ທີ 23/7, ຕາມ​ເວລາ ຫວຽດນາມ, ທີ່​ສຳນັກງານ​ສະພາ​ເອີ​ລົບ ຢູ່ ບຣຸກ​ແຊນ ປະ​ເທ​ດ ​ແບນ​ຊິກ, ​ໄດ້​ດຳ​ເນີນວາລະ​ປະຊຸມ​ຄົບ​ຄະນະຂອງ​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ຊຽນ - ​ເອີ​ລົບ ຄັ້ງ​ທີ 20. ຄະນະ​ຜູ້​ແທນ ຫວຽດນາມ ​​ໂດຍ​ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມບິ່ງ​ມິ​ງ ​ເຂົ້າ​ຮ່ວມ​ວາລະ​ປະຊຸມ​ຄົບ​ຄະນະ​ກໍ່​ຄື​ການ​ພົບ​ປະ 2 ຝ່າຍ​ທີ່ສຳຄັນ​ຕ່າງໆ.

    ກ່ອນ​ທີ່​ໄຂ​ກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມບິ່ງ​ມິ​ງ ​ໄດ້ມີ​ການ​ພົບ​ປະ​ຢູ່​ນອກ​ກອງ​ປະຊຸມ​ກັບ​​ລັດຖະມົນຕີ​ການ​ຕ່າງປະ​ເທດ ​ແດນ​ມາກ, ​ເຢຍລະ​ມັນ ​ແລະ ຂະ​ຫຼວງ​ໃຫຍ່​ຮັບຜິດຊອບ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ຄະນະ​ກຳມະການ ​ເອີ​ລົບ​. ​ໃນ​ການ​ແລກປ່ຽນ​ກັບ​​ລັດຖະມົນຕີ​ການ​ຕ່າງປະ​ເທດ ​ແດນ​ມາກ Martin Lidagaard, 2 ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ຕັ້ງໜ້າ​ຜັນ​ຂະຫຍາ​ຍ​ແຜນການ​ເຄື່ອນ​ໄຫວ 2014 – 2015 ​ເພື່ອ​ເຮັດ​ໃຫ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ແດນ​ມາກ ທີ່​ໄດ້​ຮັບ​ການ​ສ້າງ​ຕັ້ງ​ໃນ​ເດືອນ 9/2013 ປະກົດ​ຜົນ​ເປັນ​ຈິງ. 2 ຝ່າຍ​ຢືນຢັນ​ຄວາມ​ຕັດສິນ​ໃຈ​ຍົກ​ສູງ​ວົງ​​ເງິນ​ການ​ຄ້າ 2 ສັ້ນ​ຂຶ້ນ​ເຖິງ 1 ຕື້ USD ​ໃນ​ປີ 2016. ​ແດນ​ມາກ ສະ​ເໜີ​ເຈລະຈາ FTA ກັບ ຫວຽດນາມ ​ແລະ ​ໃຫ້ຄຳ​ໝັ້ນ​ສັນຍາ​ຈະ​ຊຸກຍູ້ ອີ​ຢູ ສິ້ນ​ສຸດ​ການ​ເຈລະຈາ FTA ລະຫວ່າງ ຫວຽດນາມ ​ແລະ ອີ​ຢູ ​ໂດຍ​ໄວ. ທີ່​ການ​ຕ້ອນຮັບ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທ​ດ ​ເຢຍລະ​ມັນ Frank Walter Steinmeier, ຝ່າຍ​ເຢຍລະ​ມັນ ຢືນຢັນ​ວ່າ: ຝ່າຍ ​ເຢຍລະ​ມັນ ພວມ​ຕັ້ງໜ້າ​ກະກຽມ​ໃຫ້​ແກ່​ການ​ຢ້ຽມຢາມ ​ເຢຍລະ​ມັນ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ​ໃນ​ເດືອນ 10/2014, ​ເຊື່ອ​ໝັ້ນ​ວ່າການ​ຢ້ຽມຢາມ​ຈະ​ເຮັດ​ໃຫ້ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ຫວ່າງ 2 ປະ​ເທດ​ເລິກ​ເຊິ່ງຂຶ້ນ​ຕື່ມ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ເສດຖະກິດ - ການ​ເມືອງ - ການ​ລົງທຶນ. 2 ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ຕັ້ງໜ້າ​ຊຸກຍູ້ວິວັດ​ການ​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ຈຸດ​ສຸມ. ​ໃນ​ການ​ແລກປ່ຽນ​ກັບ​ ທ່ານ Catherine Ashton ຜູ້ຕາງໜ້າ​ຂັ້ນ​ສູງ​ຂອງ​ອີ​ຢູ ກ່ຽວ​ກັບ​ການ​ຕ່າງປະ​ເທດ ​ແລະ ຄວາມ​ໝັ້ນຄົງ, ທ່ານ​ຮອງ​ນາຍົກລັດຖະມະນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບິ່ງ​ມິ​ງ ​ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຄະນະ​ກຳມະການ​ເອີ​ລົບ ​ແລະ ບັນດາ​ປະ​ເທດ​ສະມາຊິກ ທີ່​ໄດ້​ສະຫງວນ​ໃຫ້​ຫວຽດນາມ 540 ລ້ານ​ເອີ​ໂຣ ​ເພື່ອ​ໜູນ​ຊ່ວຍ​ການ​ພັດທະນາ​ໃນ​ປີ 2014, ພ້ອມ​ທັງ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ອຸປະຖຳ​ 400 ລ້ານ​ເອີ​ໂຣ ໃຫ້​ຫວຽດນາມ ​ໃນ​ໄລຍະ 2014 – 2020. ສ່ວນຜູ້ຕາງໜ້າ​ຂັ້ນ​ສູງ​ຂອງ​ອີ​ຢູ ກ່ຽວ​ກັບ​ການ​ຕ່າງປະ​ເທດ ​ແລະ ຄວາມ​ໝັ້ນຄົງກໍ່ຢືນຢັນ​ວ່າ ອີ​ຢູ ຈະ​ໜູນຊ່ວຍ​ຫວຽດນາມ ​ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ຄວບ​ຄຸມ​ວິ​ກິດ​ການ, ໜູນ​ຊ່ວຍ​ຫວຽດນາມ ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຮັກສາ​ສັນຕິພາບ​ຂອງ ສປຊ.

        ກ່ຽວ​ກັບ​ການ​ຮ່ວມ​ມື ຫວຽດນາມ - ອີ​ຢູ, ບັນດາລັດຖະມົນຕີ​ການ​ຕ່າງປະ​ເທດ ​ໄດ້​ຢືນຢັນ​ສະໜັບສະໜູນ​ຫວຽດນາມ ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ຮອບດ້ານ​ກັບອີ​ຢູ, ຊຸກຍູ້​ວິວັດ​ການ​ໃຫ້​ສັດຕະຍາບັນ​ສັນຍາ​ແມ່​ກ່ຽວ​ກັບ​ຄູ່​ຮ່ວມ​ມື ​ແລະ ຮ່ວມ​ມື​ຮອບດ້ານ (PCA) ລະຫວ່າງ​ຫວຽດນາມ - ອີ​ຢູ ​ແລະ ສິ້ນ​ສຸດ​ການ​ເຈລະຈາ​ສັນຍາ​ການ​ຄ້າ​ເສລີ ຫວຽດນາມ - ອີ​ຢູ.

        ກ່ຽວ​ກັບ​ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ​ປະ​ເທດຕ່າງໆ  ​ແລະ ອີ​ຢູສະ​ແດງ​ຄວາມ​ສົນ​ໃຈ ​ແລະ ສະໜັບສະໜູນ​ທັດສະນະ​ຂອງ​ຫວຽດນາມ​ແມ່ນ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງ ດ້ວຍ​ສັນຕິ​ວິທີ, ປະຕິບັດ​ຕາມ​ກົດໝາຍ​ສາກົນ, ຮັບປະກັນສັນຕິພາບ, ​ສະຖຽນ​ລະ​ພາບ, ຄວາມ​ໝັ້ນຄົງ ​ແລະ ຄວາມ​ເສລີ​ໃນ​ການ​ເດີນ​ທະ​ເລ​ຢູ່​ພາກ​ພື້ນ.

 


ຂ່າວ/ບົດ​ອື່ນ