ຫວຽດນາມ-ໄທສົ່ງເສີມການຮ່ວມມືຮອບດ້ານກ່ຽວກັບຄົນງານ

ຫວຽດນາມ-ໄທສົ່ງເສີມການຮ່ວມມືຮອບດ້ານກ່ຽວກັບຄົນງານ - ảnh 1
(ພາບປະກອບ)

(vovworld) – ​ໃນ​ກອງ​ປະຊຸມຄະນະ​ລັດຖະບານຫວ່າງ​ແລ້ວ​ນີ້, ລັດຖະບານ​ໄທ ​ໄດ້​ຮັບຮອງ​ເອົາ​ມະຕິ​ກ່ຽວ​ກັບ​ທິດ​ທາງ​ຄຸ້ມ​ຄອງ​ຄົນ​ງານ​ຕ່າ​ງປະ​ເທດ ຖື​ສັນຊາດ​ຫວຽດນາມ, ​ເຊິ່ງຕາມ​ນັ້ນ​ແລ້ວ, ດຳ​ເນີນ​ການ​ຈົດ​ທະບຽບ​ຄົນ​ງານ​ຖື​ສັນ​ສາດ​ຫວຽດນາມ, ມີ​ໜັງສືຜ່ານ​ແດນ​ຫວຽດນາມ ​ແລະ ​ເຂົ້າ​ເມືອງ​ໄທ ຄັ້ງ​ສຸດ​ທ້າຍ​ຢ່າງ​ຖືກ​ຕາມ​ກົດໝາຍ​ກ່ອນ​ວັນ​ທີ 10/02/2015 ​ເປົ້າ​ໝາຍ​ຖືກ​ນຳ​ໃຊ້​ແມ່ນ​ບັນດາ​ຜູ້​ທີ່​​​ໄລ​ຮອດ​ວັນ​ທີ 10/02/2015 ​ໄດ້​ໝົດ​ກຳນົດ​ພັກຢູ່ອາ​ໄສ, ​ແມ່ນ​ຄົນ​ງານ​ປະກອບ​ອາຊີບ​ຮັບ​ໃຊ້​ວຽກບ້ານ, ນາຍ​ຊ່າງກໍ່ສ້າງ, ຫາ​ປາ, ຮັບ​ໃຊ້​ຮ້ານ​ອາການ​ ຕ້ອງ​ມາ​ຈົດ​ທະບຽນ​ກັບ​ເຈົ້າ​ຂອງນຳ​ໃຊ້​ແຮງ​ງານ​ຢູ່ບັນດາ​ສູນ​ຈົດ​ທະບຽນ​ຄົນ​ງານ​ຕ່າງປະ​ເທດ​, ອະນຸຍາດ​ໃຫ້​ພັກ​ອາ​ໄສ​ຊົ່ວຄາວຫຼາຍ​ສຸດ​ແມ່ນ​ຮອດ​ວັນ​ທີ 08/02/2016 ​ແລະ ບໍ່​ໄດ້ປ່ຽນ​ເຈົ້າ​ຂອງ​ນຳ​ໃຊ້​ຄົນ​ງານ. ວັນ​ທີ 22/02, ສະຖານທູດ​ຫວຽດນາມ ປະຈຳ​ໄທ ມີ​ແຈ້ງ​ການ​ກ່ຽວ​ກັບ​ເລື່ອງ​ຈົດ​ທະບຽນ, ອະນຸຍາດ​ໃຫ້​ຄົນ​ງານ​ຫວຽດນາມ ຢູ່​ໄທ, ​ໃນນັ້ນ​​ເນັ້ນ​ໜັກ​ວ່າ: ​ເລື່ອງ​ຈົດ​ທະບຽນ ​ແລະ ອະນຸດ​ຍາດ​ໃຫ້​ຄົນ​ງານ​ຫວຽດນາມ ຢູ່​​ໄທ ​ແມ່ນ​ປະຕິບັດ​ຕາມ​ຂໍ້​ຕົກ​ລົງລະຫວ່າງ​ນາຍົກລັດຖະມົນຕີ 2 ປະ​ເທດ​ ທີ່​ໄດ້​ລົງ​ນາມ​ຢູ່​ຮ່າ​ໂນ້ຍ​ເມື່ອ​ປີ 2014.

ຂ່າວ/ບົດ​ອື່ນ