ຫວຽດນາມໜູນຊ່ວຍລາວປະຕິບັດບົດບາດເປັນປະທານອາຊຽນປີ 2016ເປັນຢ່າງດີ

ຫວຽດນາມໜູນຊ່ວຍລາວປະຕິບັດບົດບາດເປັນປະທານອາຊຽນປີ 2016ເປັນຢ່າງດີ - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 9/3, ຢູ່​ດ່ານ​ສາກົນ ​ເກົ່າ​ແຈວ, ​ແຂວງ ຮ່າ​ຕິ້ງ, ກະຊວງ​ປ້ອງ​ກັນປະ​ເທດ ຫວຽດນາມ ​ໄດ້​ຈັດ​ຕັ້ງ​ພິທີ​ມອບ​ຮັບ​ບັນດາ​ອຸປະກອນ​ ເພື່ອ​ຊ່ວຍ​ລາວ​ປະຕິບັດ​ບົດບາດ​ເປັນ​ປະທານ​ຜັດປ່ຽນ​ ​ອາ​ຊຽນ​ໃນ​ປີ 2016. ບັນດາ​ອຸປະ​ກອນ​ມອບ​ຮັບ​ໃນ​ຄັ້ງ​ນີ້ ນອນ​ໃນ​ແຜນການ​ຮ່ວມ​ມື​ປີ 2016 ລະຫວ່າງ​ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ - ລາວ, ຕາມ​ຂໍ້​ຕົກລົງ​ນີ້, ຝ່າຍ ຫວຽດນາມ​ຈະ​ໜູນ​ຊ່ວຍ​ ລາວຈັດ​ຕັ້ງ​ບັນດາ​ກອງ​ປະຊຸມ​ປ້ອງ​ກັນຊາ​ດ​ໃນ​ປີ​ທີ່​ ລາວ​ຮັບ​ບົດບາດ​ເປັນ​ປະທານ ອາ​ຊຽນ 2016. ສິ້ນ​ສຸດ​ພິທີ​ມອບ​ຮັບ, ພັນ​ເອກ ຫງວຽນ​ດ້າຍ​ໂຫ້​ຍ, ຮອງ​ຫົວໜ້າ​ກົມ​ພົວພັນ​ຕ່າງປະ​ເທດ, ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ ​ແລະ ພັນ​ເອກ ບັງ​ສີ ​ໄຊ​ສົມ​ຄົດ, ຮອງ​ຫົວໜ້າ​ກົມ​ພົວພັນ​ຕ່າງປະ​ເທດ, ກະຊວງ​ປ້ອງ​ກັນ​ປະ​ເທດ​ລາວ ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ການ​ມອບ​ຮັບ​ບັນດາ​ອຸປະກອນ​ດັ່ງກ່າວ.

ຂ່າວ/ບົດ​ອື່ນ