ຫວຽນດາມ ແລະ ໂອມານຊຸກຍູ້ການພົວພັນ 2 ຝ່າຍໃນທຸກຂົງເຂດ


ຫວຽນດາມ ແລະ ໂອມານຊຸກຍູ້ການພົວພັນ 2 ຝ່າຍໃນທຸກຂົງເຂດ - ảnh 1

(vovworld)- ຕອນ​ບ່າຍ​ວັນ​ທີ 27/1, ຢູ່​ຮ່າ​ໂນ້ຍ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້ນ​ຢຸງ ໄດ້​ໃຫ້​ການ​ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​​ທູດ ໂອ​ມານ​ຄົນ​ໃໝ່ປະ​ຈຳ​ຫວຽດ​ນາມ ທ່ານ Sultan Hilal Al Mahruqi ເນື່ອງ​ໃນ​ໂອ​ກາດ​ທ່ານ​ມາ​ຮັບ​ໜ້າ​ທີ່​ໃໝ່​ຢູ່​ຫວຽດ​ນາມ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້ນ​ຢຸງ ສະ​ແດງ​ຄວາມ​ຫວັງ​ວ່າ ຫວຽດ​ນາມ ແລະ ໂອ​ມານ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ທາງ​ດ້ານ​ການ​ເມືອງ, ການ​ທູດ, ສະ​ໜັບ​ສະ​ໜູນ​ຊຶ່ງ​ກັນ​ແລະ​ກັນ​ໃນ​ເວ​ທີ່​ປາ​ໄສ ແລະ ອົງ​ການ​ຈັດ​ຕັ້ງ​ສາ​ກົນ; ຍູ້​ແຮງ​ການ​ຮ່ວມ​ມື​ໃນ​ທ​ຸກ​ຂົງ​ເຂດ​ທີ່​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ.

  ສ່ວນ ເອກ​ອັກ​ຄະ​ລັດ​ຖະ​ທູດ ໂອ​ມານ​ຄົນ​ໃໝ່ປະ​ຈຳ​ຫວຽດ​ນາມ ທ່ານ Sultan Hilal Al Mahruqi ໂອ​ມານ​ໃຫ້​ຮູ້​ວາ່ ໂອ​ມານພ້ອມແລ້ວ​ເປັນ​ຂົວ​ເຊື່ອມ​ຕໍ່​ເພື່ອ​ໃຫ້​ຫວຽດ​ນາມ​ຊຸກ​ຍູ້​ການ​ຮ່ວມ​ມື​ກັບ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ. ເອກ​ອັກ​ຄະ​ລັດ​ຖະ​ມູດ ໂອ​ມານ​ຄົນ​ໃໝ່ປະ​ຈຳ​ຫວຽດ​ນາມ ທ່ານ Sultan Hilal Al Mahruqi ຍັງ​ສະ​ເໜີ້ ຫວຽດ​ນາມ​ຮັບ​ຮອງ​ກົນ​ໄກ​ຄະ​ນະ​ກຳ​ມາ​ທິ​ການ​ລະ​ຫວ່າງ​ລັດ​ຖະ​ບານ ເພື່ອ​ນຳ​ສະ​ເໜີ​ຂົງ​ເຂດ​ຮ່ວມ​ມື​ໃໝ່, ໜູນ​ຊ່ວຍ​ວິ​ສາ​ຫະ​ກິດ​ຂອງ 2 ປະ​ເທດ.

 

ຂ່າວ/ບົດ​ອື່ນ