ຫວຽນາມ ເຂົ້າຮ່ວມ ກອງປະຊຸມອະພິປາຍລັດຖະສະພາ ຢູ່ ສປຊ

(VOVWORLD) -ຫວຽດນາມ ຈະສືບຕໍ່ເຂົ້າຮ່ວມຢ່າງຕັ້ງໜ້າ, ເປັນເຈົ້າການ ແລະ ມີຄວາມຮັບຜິດຊອບ, ປະກອບກໍາລັງຄວາມສາມາດຂອງຕົນ ດ້ວຍຖານະເປັນສະມາຊິກຂອງສອງອົງການຈັດຕັ້ງດັ່ງກ່າວ

ກອງປະຊຸມອະພິປາຍປະຈໍາປີ ລະຫວ່າງ ສະຫະພັນລັດຖະສະພາສາກົນ (IPU) ແລະ ສະຫະປະຊາຊາດ ຖືກໄຂຂຶ້ນໃນຕອນເຊົ້າວັນທີ 21 ກຸມພາ ຢູ່ສໍານັກງານຂອງ ສປຊ ດ້ວຍຫົວຂໍ້ວ່າ “ບັນດາສິ່ງທ້າທາຍໃໝ່ ສໍາລັບ ລັດທິຫຼາຍຝ່າຍ”. ທ່ານ ຫງວຽນວັນເຢົາ ຫົວໜ້າກໍາມາທິການພົວພັນຕ່າງປະເທດ ສະພາແຫ່ງຊາດຫວຽດນາມ ໄດ້ນໍາໜ້າ ຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມອະພິປາຍ ແລະ ເຂົ້າຮ່ວມການປຶກສາຫາລື.

ຫວຽນາມ ເຂົ້າຮ່ວມ ກອງປະຊຸມອະພິປາຍລັດຖະສະພາ ຢູ່ ສປຊ - ảnh 1ກອງປະຊຸມອະພິປາຍລັດຖະສະພາ ຢູ່ ສປຊ (ພາບ:  TTXVN )

        ເມື່ອແລກປ່ຽນກັບບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ, ທ່ານ ຫງວຽນວັນເຢົາ ໄດ້ຕີລາຄາສູງຄວາມມານະພະຍາຍາມຂອງ ສປຊ ແລະ IPU ໃນການຮັກສາສັນຕິພາບ, ຄວາມໝັ້ນຄົງສາກົນ ແລະການພັດທະນາຂອງບັນດາປະເທດ, ພ້ອມທັງເນັ້ນໜັກວ່າ ຫວຽດນາມ ຈະສືບຕໍ່ເຂົ້າຮ່ວມຢ່າງຕັ້ງໜ້າ, ເປັນເຈົ້າການ ແລະ ມີຄວາມຮັບຜິດຊອບ, ປະກອບກໍາລັງຄວາມສາມາດຂອງຕົນ ດ້ວຍຖານະເປັນສະມາຊິກຂອງສອງອົງການຈັດຕັ້ງດັ່ງກ່າວ. ທ່ານຖືວ່າ ບັນດາປະເທດ,ໂດຍສະເພາະແມ່ນບັນດາປະເທດໃຫຍ່ ຄວນຮັກສາຄໍາໝັ້ນສັນຍາດ້ານການເມືອງຢ່າງແຮງ, ມີການກະທໍາຢ່າງລະອຽດສໍາລັບລັດທິຫຼາຍຝ່າຍ, ເຄົາລົບນັບຖືຄວາມເປັນລະບຽບຮຽບຮ້ອຍ ໂດຍອີງຕາມກົດໝາຍ ແລະ ຫຼັກການພື້ນຖານຕ່າງໆຂອງ ກົດບັດ ສປຊ, ເຄົາລົບ ແລະ ປະຕິບັດ ບັນດາມະຕິ ແລະ ລາຍການຂອງ ສປຊ ຢ່າງຍຸຕິທໍາ, ສະເໝີພາບ ແລະ ມີຄວາມຮັບຜິດຊອບ ເພື່ອໃຫ້ທຸກການເຄື່ອນໄຫວຂອງ ອົງການຈັດຕັ້ງຫຼາຍຝ່າຍດັ່ງກ່າວ ບັນລຸປະສິດທິຜົນ.

        ກ່ຽວຂ້ອງເຖິງການເຄື່ອນໄຫວຂອງ IPU, ທ່ານ ຫງວຽນວັນເຢົາ ຖືວ່າ ອົງການຈັດຕັ້ງດັ່ງກ່າວ ຄວນສົມທົບກັນຢ່າງແໜ້ນແຟ້ນກັບບັນດາລັດຖະສະພາຂອງບັນດາປະເທດສະມາຊິກ ໃນການປະຕິບັດບັນດາຂໍ້ສະເໜີແນະຂອງຕົນ; ພ້ອມກັບ ສປຊ, ບັນດາອົງການຈັດຕັ້ງຂອງພາກພື້ນ ແລະ ອະນຸພາກພື້ນ ສືບຕໍ່ປະຕິບັດບັນດາມາດຕະການກໍ່ສ້າງ, ປັບປຸງຄວາມໄວ້ເນື້ອເຊື່ອໃຈ, ຊອກຫາວິທີແກ້ໄຂແບບຍືນຍົງ ໃຫ້ແກ່ບັນດາການປະທະກັນ, ສະກັດກັ້ນການຊ່ວງເສັງດ້ານອາວຸດ... ປະກອບສ່ວນຮັກສາ ແລະ ສ້າງສັນຕິພາບໃນທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ