ຫົວໜ້າກົມປ້ອງກັນປະເທດ ອິດສະລາແອນ ຢ້ຽມຢາມ ຫວຽດນາມ

ຫົວໜ້າກົມປ້ອງກັນປະເທດ ອິດສະລາແອນ ຢ້ຽມຢາມ ຫວຽດນາມ - ảnh 1
ຄະນະ​ຜູ້​ແທນ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມເຈລະຈາກັບ​ຄະນະ​ຜູ້​ແທນ​ກະຊວງ​ປ້ອງ​ກັນ​ປະ​ເທດ ອິດສະ​ລາ​ແອນ
ພາບ:qdnd.vn


(vovworld) – ​ວັນ​ທີ 2/3, ຢູ່​ຮ່າ​ໂນ້ຍ, ຄະນະ​ຜູ້​ແທນ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ​ໂດຍ​ທ່ານ​ພົນ​ໂທ ຫງວຽນ​ຈີ໋ວີ້ງ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽ​ດນາມ ​ເປັນ​ຫົວໜ້າ​ຄະນະ ​ໄດ້ມີ​ການ​ເຈລະຈາກັບ​ຄະນະ​ຜູ້​ແທນ​ກະຊວງ​ປ້ອງ​ກັນ​ປະ​ເທດ ອິດສະ​ລາ​ແອນ ​ໂດຍ​ທ່ານ Dan Harel, ຫົວໜ້າ​ກົມປ້ອງ​ກັນປະ​ເທດ ອິດສະ​ລາ​ແອນ ​ເປັນ​ຫົວໜ້າ​ຄະນະ​ເນື່ອງ​ໃນ​ໂອກາດ​ຄະນະ​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. 2 ຝ່າຍ​ໄດ້​ແລກປ່ຽນ​ບາງ​ບັນຫາກ່ຽວ​ກັບ​ການ​ປ້ອງ​ກັນ​ຄວາມ​ສະຫງົບ​ໂລກ ​ແລະ ພາກ​ພື້ນ ​ເຊິ່ງຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ; ປຶກສາ​ຫາລື​ບັນດາ​ເນື້ອ​ໃນ, ມາດ​ຕະການ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ປ້ອງ​ກັນຊາ​ດ 2 ຝ່າຍ​ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ ​ແລະ ມີ​ປະສິດທິ​ຜົນ​. ພາຍຫຼັງ​ການ​ເຈລະຈາ, 2 ຝ່າຍ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ ກ່ຽວ​ກັບ​ການ​ຮ່ວມ​ມື​ປ້ອງ​ກັນຊາ​ດ 2 ຝ່າຍ ຫວຽດນາມ- ອິດສະ​ລາ​ແອນ.

 

ຂ່າວ/ບົດ​ອື່ນ