ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ພົບປະບັນດາເອກອັກຄະລັດຖະທູດ; ກົງສູນໃຫຍ່ອາຍຸການ 2017-2020

(VOVWORLD) -ຕອນບ່າຍວັນທີ 25 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານ ນາງ ເຈືອງທິມາຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ພົບປະບັນດາເອກອັກຄະລັດຖະທູດ, ກົງສູນໃຫຍ່ ທີ່ໄດ້ຮັບແຕ່ງຕັ້ງໃໝ່, ອາຍຸການ 2017-2020. 
ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ພົບປະບັນດາເອກອັກຄະລັດຖະທູດ; ກົງສູນໃຫຍ່ອາຍຸການ 2017-2020 - ảnh 1 (ທີ່ການພົບປະ)

ນະທີ່ນີ້, ທ່ານ ນາງ ເຈືອງທິມາຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ໄດ້ອວຍພອນ ບັນດາເອກອັກຄະລັດຖະທູດ, ກົງສູນໃຫຍ່ ທີ່ໄດ້ຮັບແຕ່ງຕັ້ງໃໝ່ ຈົ່ງປະສົບຜົນສຳເລັດທຸກໜ້າທີ່ວຽກງານ ໃນຕຳແໜ່ງໃໝ່; ຜ່ານນັ້ນປະກອບສ່ວນຢ່າງຕັ້ງໜ້າ, ຍົກສູງທີ່ຕັ້ງຂອງຫວຽດນາມ ໃນຂະບວນການເຊື່ອມໂຍງສາກົນ; ເຮັດໃຫ້ບັນດາຜູ້ຕາງໜ້າການທູດຂອງຫວຽດນາມ ຢູ່ຕ່າງປະເທດກາຍເປັນຂົວຕໍ່, ຊຸກຍູ້, ເພີ່ມທະວີການພົວພັນການທູດ-ປະຊາຊົນ. ຕາມ ທ່ານ ນາງ ເຈືອງທິມາຍແລ້ວ, ໃນໄລຍະຈະມາເຖິງ, ຄະນະຂົນຂວາຍປະຊາຊົນສູນກາງ ແລະ ກະຊວງການຕ່າງປະເທດ ຄວນເພີ່ມທະວີວຽກງານສົມທົບກັນ ສ້າງສຳເລັດກົນໄກນະໂຍບາຍຊ່ວຍໜູນ ຊາວຫວຽດນາມອາໄສຢູ່ຕ່າງປະເທດ ກັບຄືນມາດຳລົງຊີວິດຢູ່ຫວຽດນາມເປັນປົກກະຕິ, ຍາວນານ, ປະກອບສ່ວນກໍ່ສ້າງບ້ານເກີດເມືອງນອນ… ນອກຈາກ, ບັນດາອົງການຜູ້ຕາງໜ້າການທູດຂອງຫວຽດນາມ ຢູ່ ຕ່າງປະເທດຄວນປະຕິບັດໜ້າທີ່ຊຸກຍູ້ການພົວພັນຕ່າງປະເທດ ການຮ່ວມມືມິດຕະພາບ ລະຫວ່າງ ຫວຽດນາມ ແລະ ບັນດາປະເທດເປັນຢ່າງດີ, ປົກປັກຮັກສາ, ເສີມຂະຫຍາຍສີສັນວັດທະນະທຳຂອງຊາດ, ພິເສດແມ່ນດ້ານພາສາ.

ຕອບກັບ

ຂ່າວ/ບົດ​ອື່ນ