ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ຫວຽດນາມ ຢ້ຽມຢາມ ນິວຊີແລນ

(VOVWORLD) - ແຕ່ວັນທີ 18 – 20 ຕຸລາ, ຄະນະຜູ້ແທນພັກກອມມູນິດ ຫວຽດນາມ ໂດຍທ່ານນາງຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ເຈືອງທິມາຍ ນຳໜ້າ ໄດ້ມີການຢ້ຽມຢາມ ແລະ ເຮັດວຽກຢູ່ ນິວຊີແລນ. 
ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ຫວຽດນາມ ຢ້ຽມຢາມ ນິວຊີແລນ - ảnh 1  ທ່ານນາງ ເຈືອງທິມາຍ ເຮັດວຽກກັບ ປະທານກຸ່ມສະມາຊິກລັດຖະສະພາມິດຕະພາບ ນິວຊີແລນ - ຫວຽດນາມ Damien O’Connor (ພາບ: TTXVN)

ໃນໄລຍະຢູ່ຢ້ຽມຢາມ ນິວຊີແລນ, ຄະນະຜູ້ແທນໄດ້ມີບັນດາການພົບປະກັບເລຂາທິການຜູ້ປະຈຳກະຊວງການຕ່າງປະເທດ ນິວຊີແລນ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບສືບລາຊະການລັບ, ຄວາມປອດໄພສື່ສານ ແລະ ເຈລະຈາສົນທິສັນຍາ Waitangi, ລັດຖະມົນຕີກະຊວງພັດທະນາຊົນເຜົ່າສ່ວນໜ້ອຍ Maori, ປະທານກຸ່ມສະມາຊິກລັດຖະສະພາມິດຕະພາບ ນິວຊີແລນ - ຫວຽດນາມ, ເຈົ້າຄອງນະຄອນ Wellington, ຢ້ຽມຢາມ ແລະ ໂອ້ລົມ, ລະດົມກຳລັງໃຈບັນດານັກສຶກສາ ຫວຽດນາມ ພວມຮ່ຳຮຽນຢູ່ມະຫາວິທະຍາໄລ Victoria.

        ທີ່ບັນດາການພົບປະ, ທ່ານນາງ ເຈືອງທິມາຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ຢືນຢັນວ່າ: ຫວຽດນາມ ຍາມໃດກໍ່ຖື ທີ່ຕັ້ງຂອງ ນິວຊີແລນ ໃນນະໂຍບາຍການຕ່າງປະເທດຂອງຕົນເປັນສຳຄັນ ແລະ ສະແດງຄວາມປາດຖະໜາຢາກການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ 2 ປະເທດນັບມື້ນັບພັດທະນາຢ່າງແຮງກ່ວາອີກ, ສ້າງພື້ນຖານໝັ້ນຄົງ ໃຫ້ແກ່ການນຳສາຍພົວພັນ 2 ປະເທດຂຶ້ນສູ່ລະດັບສູງໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ