ຫົວໜ້າຄະນະຈັດຕັ້ງສູນກາງຕ້ອນຮັບເອກອັກຄະລັດຖະທູດລາວ

ຫົວໜ້າຄະນະຈັດຕັ້ງສູນກາງຕ້ອນຮັບເອກອັກຄະລັດຖະທູດລາວ - ảnh 1
ທ່ານ ຟ້າ​ມມີ​ງຈີ​ງ ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​
​ຕ້ອນຮັບ​ທ່ານ ທອງ​ສະຫວັນ ພົມວິຫານ
(ພາບ: TTXVN)

(vovworld) - ຕອນ​ບ່າຍ​ວັນ​ທີ 19/05 ຢູ່​ສຳນັກງານ​ສູນ​ກາງ​ພັກ, ທ່ານ ຟ້າ​ມມີ​ງຈີ​ງ ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ ທອງ​ສະຫວັນ ພົມວິຫານ ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ​ສາທາລະນະ​ລັດ ປະຊາທິປະ​​ໄຕ ປະຊາຊົນ ລາວ ​ເຂົ້າ​ຢ້ຽມ​ຂ່ຳນັບ​ເນື່ອງ​​ໃນ​ໂອກາດ​ໄປ​ປະຕິບັດ​ໜ້າ​ທີ​່ການ​ທູດ​ຢູ່ ຫວຽດນາມ. ທ່ານ ຟ້າ​ມມີ​ງຈີ​ງ ​ຖື​ວ່າ: ທ່ານ​ເອກ​ອັກຄະ​ລັດຖະທູດ​ສືບ​ຕໍ່​ເປັນ​ຂົວ​ເຊື່ອ​ມຕໍ່​ສຳຄັນ ຊ່ວຍ​ບັນດາ​ຄະນະ, ກະຊວງ, ຂະ​ແໜງ​ການ, ໝູ່​ຄະນະ ​ແລະ ທ້ອງ​ຖິ່ນ ​ໃນ​ນັ້ນ​ມີ 2 ຄະນະ​ຈັດ​ຕັ້ງ​ສູນ​ກາງຂອງ 2 ພັກ ​ເພີ່ມ​ທະວີ​ການ​ຮ່ວມ​ມື, ​ແລກປ່ຽນ​ຂໍ້​ມູນ​ຂ່າວ, ​ແບ່ງປັນ​ບົດຮຽນ, ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ​ໃນ​ການ​ຜັນ​ຂະຫຍາຍ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຂອງ​​ແຕ່​ລະ​ພັກ, ປະຕິບັດ​ຂໍ້​ຕົກລົງ​ຂັ້ນ​ສູງ​ຂອງ 2 ພັກ. 2 ລັດ, ສ້າງ​ກຳລັງ​ໜູນ​ໃໝ່ ປະກອບສ່ວນ​ຊຸກຍູ້, ​ເຮັດ​ໃຫ້​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ຢ່າງ​ເລິກ​​ເຊິ່ງກ່ວາ ນຳ​ມາ​ຜົນ​ປະ​ໂຫຍ​ດ ລະອຽດ, ​ແທ້​ຈິງ​ໃຫ້ 2 ປະ​ເທດ,

        ສ່ວນ​ທ່ານ​ເອກ​ອັກ​ຄະ​ລັດຖະທູດ ທອງ​ສະຫວັນ ພົບ​ວິຫານ ຢືນຢັນ​ວ່າ: ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ປະກອບສ່ວນ​ການ​ປັບປຸງ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ມິ​ດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ລາວ ພັດທະນາ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່.

ຂ່າວ/ບົດ​ອື່ນ