ຫົວໜ້າຄະນະຈັດຕັ້ງສູນກາງໂຕຮູຍເຮື໋ອພົບປະກັບຜູ້ມີສິດເລືອກຕັ້ງແຂວງບັກນີງ

ຫົວໜ້າຄະນະຈັດຕັ້ງສູນກາງໂຕຮູຍເຮື໋ອພົບປະກັບຜູ້ມີສິດເລືອກຕັ້ງແຂວງບັກນີງ - ảnh 1
ທ່ານ ​ໂຕ​ຮູ​ຍ​ເຮື໋ອ ​ພົບປະ​ກັບ​ບັນດາ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເມືອງ ນິງຊ໋າ ​ແລະ ​ເວ້ອານ
(ພາບ: baotintuc.vn)

(vovworld) – ທີ່​ການ​ພົບປະ​ກັບ​ບັນດາ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເມືອງ ນິງຊ໋າ ​ແລະ ​ເວ້ອານ, ຂຶ້ນ​ກັບ​ນະຄອນ ບັກ​ນິງ, ​ໃນ​ວັນ​ທີ 29/7, ທ່ານ ​ໂຕ​ຮູ​ຍ​ເຮື໋ອ, ຫົວໜ້າຄະນະ​ຈັດ​ຕັ້ງ​ສູນ​ກາງ​ ໄດ້​ຮັບ​ເອົາ​ບັນດາ​ຄຳ​ເຫັນ, ຂໍ້​ສະ​ເໜີ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ກ່ຽວ​ກັບ​ວຽກ​ງານ​ກໍ່ສ້າງ​ກົດໝາຍ, ການຜັນ​ຂະຫຍາຍ​ການ​ປະຕິບັດ​ລັດຖະທຳ​ມະນູນ, ບັນດາ​ບັນຫາ​ຮັບປະກັນ​ຊີ​ວິດ​ສັງ​ຄົມ, ວຽກ​ງານ​ພະນັກງານ, ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງຫຼວງ, ການ​ຟຸມ​ເຟືອຍ.​.​.​ ທ່ານ​ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ ຢືນຢັນ​ວ່າ​: ພັກ ​ແລະ ລັດ ພວມ​ສຸມ​ໃສ່​ຊີ້​ນຳ​ບັນດາ​ອົງການ​ທີ່​ກ່ຽວຂ້ອງ​ພິຈາລະນາ, ​ແກ້​ໄຂ​ເພື່ອ​ແນ​ໃສ່​ສ້າງ​ກອບ​ກົດໝາຍ​ທີ່​ເຄັ່ງ​ຄັດ, ສ້າງ​ສັງຄົມ​ເຄົາລົບ​ກົດ​ໝາຍ, ຄວາມ​ຍຸຕິ​ທຳ, ສີວິ​ໄລ.

    ທ່ານຫົວໜ້າຄະນະ​ຈັດ​ຕັ້ງ​ສູນ​ກາງ ​ໂຕ​ຮູ​ຍ​ເຮື໋ອ ກໍ່​ໄດ້​ແຈ້ງ​ໃຫ້​ຜູ້​ມີ​ສິດ​ເລືອກ​ຕັ້ງ​ໄດ້​ຮັບ​ຊາບ​ກ່ຽວ​ກັບ​ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ​ແຜນ​ນະ​ໂຍບາຍ, ມາດ​ຕະການ​ແກ້​ໄຂ​ຂອງ​ພັກ ​ແລະ ລັດ​ດ້ວຍ​ຈຸດໝາຍ​​ຮັກສາ​ເອກະລາດ, ອະທິປະ​ໄຕ ​ແລະ ຜືນ​ແຜ່ນ​ດິນອັນ​ຄົບ​ຖ້ວນ, ຕໍ່​ສູ້ທາງ​ການ​ທູດ, ​ໃນ​ພື້ນ​ທີ່​ຕົວ​ຈິງ ​ແລະ ຕໍ່ສູ້​ທາງ​ນິຕິ​ກຳ​ເມື່ອ​ມີ​ຄວາມຈຳ​ເປັນ.​.​.​ ດ້ວຍ​ບັນດາ​ບາດ​ກ້າວ​ເໝາະ​ສົມ, ມີປະ​ສິດທິ​ຜົນ, ຫຼີກ​ລ້ຽງ​​ບໍ່​ໃຫ້ເກີດ​ການ​ປະ​ທະ​ກັນ​ສົ່ງຜົນ​ສະທ້ອນ​ບໍ່​ດີເຖິງ​ຜົນ​ປະ​ໂຫຍ​ດດ້ານ​ເສດຖະກິດ ​ແລະ ຊີວິດ​ຂອງ​ປະຊາຊົນ.



ຂ່າວ/ບົດ​ອື່ນ