ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກຕ້ອນຮັບທູດຫວຽດນາມອວຍພອນວັນຊາດ

(VOVWORLD) - ຕາມສຳນັກຂ່າວສານ ລາວ, ໃນວັນທີ 29 ພະຈິກ 2017, ທີ່ສຳນັກງານຄະນະພົວພັນຕ່າງປະເທດສູນກາງພັກ ທ່ານ ນາງ ສູນທອນ ໄຊຍະຈັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບການເຂົ້າອວຍພອນວັນຊາດ ສປປ ລາວ ຄົບຮອບ 42 ປີ ຂອງທ່ານ ຫງວຽນ ບ່າ ຮຸ່ງ ເອກອັກຄະລັດທະທູດ ສສ ຫວຽດນາມ ປະຈຳ ສປປ ລາວ.
ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກຕ້ອນຮັບທູດຫວຽດນາມອວຍພອນວັນຊາດ - ảnh 1 ທີ່ການຕ້ອນຮັບ

ໃນໂອກາດດັ່ງກ່າວ, ທ່ານ ເອກອັກຄະລັດຖະທູດ ໄດ້ສະແດງຄວາມຊົມເຊີຍ ແລະ ອວຍພອນຜົນສຳເລັດດ້ານຕ່າງໆຂອງປະຊາຊົນລາວ ທີ່ຍາດມາໄດ້ໃນຕະຫລອດໄລຍະຜ່ານມາ ພາຍໃຕ້ການນຳພາອັນຖືກຕ້ອງຂອງພັກປະຊາຊົນປິຕິວັດ ລາວ ແລະ ລັດຖະບານ ສປປ ລາວ, ໄດ້ຕີລາຄາສູງການພົວພັນຮ່ວມມືລະ ຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ. ໃນປີ 2017 ເຊິ່ງແມ່ນປີທີ່ປະຊາຊົນສອງຊາດລາວ-ຫວຽດນາມ ໄດ້ມີຫລາຍກິດຈະກຳເພື່ອສະເຫລີມສະຫລອງ 2 ວັນປະຫວັດສາດ ຄືວັນສ້າງຕັ້ງສາຍພົວພັນການທູດຄົບຮອບ 55 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລາວ-ຫວຽດນາມ ຄົບຮອບ 40 ປີ. ພ້ອມນີ້, ທ່ານທູດຍັງໄດ້ອວຍພອນໃຫ້ປະຊາຊົນລາວ ຈົ່ງສືບຕໍ່ຍາດຜົນສຳເລັດອັນໃໝ່, ໃຫຍ່ກວ່າເກົ່າໃນການປະຕິບັດມະຕິ X ຂອງພັກປະຊາຊົນປະຕິວັດ ລາວ ໃຫ້ປະກົດຜົນເປັນຈິງ.

ພ້ອມນີ້, ທ່ານ ນາງ ສູນທອນ ໄຊຍະຈັກ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ຄຳອວຍພອນຂອງທ່ານທູດຫວຽດນາມ, ເຊິ່ງເປັນການສະແດງໃຫ້ເຫັນມີຈິດມິໃຈອັນດູດດື່ມ ແຫ່ງສາຍພົວພັນພິເສດ ລາວ -ຫວຽດນາມ; ພ້ອມທັງໄດ້ຕີລາຄາສູງ ຕໍ່ການພົວພັນສອງຝ່າຍໃນປີສາມັກຄີມິດຕະພາບ 2017 ລະຫວ່າງ ລາວ-ຫວຽດນາມ ໃຫ້ນັບມື້ແຕກດອກອອກຜົນ ນຳເອົາຜົນປະໂຫຍດຕົວຈິງມາໃຫ້ປະຊາຊົນສອງຊາດ ລາວ-ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ