ຫົວໜ້າຄະນະພົວພັນຕ່າງປະເທດສູນກາງຮ່ວາງບີ່ງກວນຕ້ອນຮັບຄະນະຜູ້ແທນພັກ,ລັດກູບາ

ຫົວໜ້າຄະນະພົວພັນຕ່າງປະເທດສູນກາງຮ່ວາງບີ່ງກວນຕ້ອນຮັບຄະນະຜູ້ແທນພັກ,ລັດກູບາ - ảnh 1
ຫົວໜ້າຄະນະພົວພັນຕ່າງປະເທດສູນກາງຮ່ວາງບີ່ງກວນ ແລະ ທ່ານ
Jose Ramon Balaguer Cabrera, ເລ​ຂາ​ສູນ​ກາງ​ພັກ
(ພາບ: Thanh Vũ/TTXVN)

(vovworld) – ຫວຽດ​ນາມ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ເພ​ື່ອ​ພ້ອມ​ກັບ ກູ​ບາ ຮັກ​ສາ, ເພີ່ມ​ພຸນ​ຄຸນ​ສ້າງ​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ຫວຽດ​ນາມ - ກູ​ບາ ໃຫ້​ນັບ​ມື້​ນັບ​ພັດ​ທະ​ນາ, ກ້າວ​ເຂົ້າ​ສູ່​ລວງ​ເລິກ, ແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ. ນັ້ນ​ແມ່ນ​​ຄ່ຳຢັ້ງ​ຢືນ​ຂອງ​ທ່ານ ຮ່​ວາງ​ບິ່ງກວນ, ກຳ​ມະ​ການ​ສູນ​ກາງ​ພັກ, ຫົວ​ໜ້າ​ຄະ​ນະ​ພົວ​ພັນ​​ຕ່າງ​ປະ​ເທດສູນ​ກາງ, ເມື່ອ​ຕ້ອນ​ຮັບ​ທ່ານ Jose Ramon Balaguer Cabrera, ເລ​ຂາ​ສູນ​ກາງ​ພັກ, ຫົວ​ໜ້າ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ​ກອມ​ມູ​ນິດ ກູ​ບາ, ຫົວ​ໜ້າ​ຄະ​ນະ​ຜູ້​ແທນ​ພັກ, ລັດ ກູ​ບາ ເຂົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະຫຼອງ 40 ປີ​ແຫ່ງວັນ​ປົດ​ປ່ອຍ​ພາກ​ໃຕ້, ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ ໃນ​ຕອນ​ບ່າຍ​ວັນ​ທີ 29/4 ຢູ່ ນະ​ຄອນ ໂຮ່​ຈີ​ມິນ. ທ່ານ ຮ່​ວາງ​ບີ່ງກວນ ຫວັງ​ວ່າ: ໃນ​ໄລ​ຍະ​ຈະ​ມາ​ເຖິງ 2 ຝ່າຍ​ສືບ​ຕໍ່​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ຕັ້ງ​ໜ້າ​ຜັນ​ຂະ​ຫຍາຍ​ຂໍ້​ຕົກ​ລົງ​ລະ​ຫວ່າງ 2 ພັກ​ກ່​ວາ​ອີກ.


ຂ່າວ/ບົດ​ອື່ນ