ຫົວໜ້າຄະນະເສດຖະກິດສູນກາງພັກຕ້ອນຮັບເອກອັກຄະລັດຖະທູດທົ່ວໂລກກ່ຽວກັບສິ່ງແວດລ້ອມຂອງ ອົດສະຕາລີ

(VOVWORLD) - ຕອນບ່າຍວັນທີ 16 ສິງຫາ, ທີ່ສຳນັກງານສູນກາງພັກກອມມູນິດ ຫວຽດນາມ, ທ່ານ ຫງວຽນວັນບີງ ກຳມະການກົມການເມືອງ, ເລຂາສູນກາງພັກ, ຫົວໜ້າຄະນະເສດຖະກິດສູນກາງພັກ
 ຫົວໜ້າຄະນະເສດຖະກິດສູນກາງພັກຕ້ອນຮັບເອກອັກຄະລັດຖະທູດທົ່ວໂລກກ່ຽວກັບສິ່ງແວດລ້ອມຂອງ ອົດສະຕາລີ - ảnh 1 ທີ່ການຕ້ອນຮັບ (ພາບ TTXVN)

ໄດ້ໃຫ້ການຕ້ອນຮັບ ແລະ ເຮັດວຽກກັບທ່ານ Patrick Suckling, ເອກອັກຄະລັດຖະທູດທົ່ວໂລກກ່ຽວກັບສິ່ງແວດລ້ອມຂອງປະເທດ ອົດສະຕາລີ. ນະທີ່ນີ້, ທ່ານຫົວໜ້າຄະນະເສດຖະກິດສູນກາງພັກ ຫງວຽນວັນບີງ ໃຫ້ຮູ້ວ່າ: ຫວຽດນາມ ພວມປະຕິບັດວິວັດການຫັນແຫຼ່ງສະໜອງພະລັງງານເປັນຫລາຍຮູບຫລາຍແບບ, ຍົກສູງອັດຕາພະລັງງານພະລິດຄືນໃໝ່ ແລະ ພະລັງງານປະເພດໃໝ່ຕາມທິດກົນໄກໝັ້ນຄົງກ່ວາ…ຫວຽດນາມ ຍາມໃດກໍ່ປາດຖະໜາຢາກໄດ້ຮ່ວມມືກັບບັນດາປະເທດພັດທະນາໃນໂລກເວົ້າລວມ ແລະ ອົດສະຕາລີ ເວົ້າສະເພາະໃນຂົງເຂດຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

        ສ່ວນທ່ານ Patrick Suckling ເນັ້ນໜັກວ່າ: ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດຖືກຜົນສະທ້ອນຢ່າງໜັກໜ່ວງຈາກການປ່ຽນແປງຂອງດິນຟ້າອາກາດ, ດັ່ງນັ້ນ ຄວນມີບັນດານະໂຍບາຍເໝາະສົມ ເພື່ອປັບຕົວ ແລະ ຫລຸດຜ່ອນບັນດາຜົນກະທົບທີ່ບໍ່ດີຈາກການປ່ຽນແປງຂອງດິນຟ້າອາກາດ, ພິເສດແມ່ນພັດທະນານະໂຍບາຍພະລັງງານໃຫ້ໝັ້ນຄົງ.

ຕອບກັບ

ຂ່າວ/ບົດ​ອື່ນ