ຫົວໜ້າເສນາທິການໃຫຍ່ກອງທັບປະຊາຊົນຫວຽດນາມເຂົ້າຮ່ວມກອງປະຊຸມ ACDFM-16

(VOVWORLD) -ໃນຂອບເຂດຂອງກອງປະຊຸມຈະໄດ້ດຳເນີນພິທີມອບ - ຮັບຕຳແໜ່ງປະທານ ACDFM-17 ໃຫ້ແກ່ ຫວຽດນາມ

ໂດຍຕອບສະໜອງຕາມຄຳເຊື້ອເຊີນຂອງທ່ານພົນເອກ Ponpait Benyasri, ຜູ້ບັນຊາການກຳລັງປ້ອງກັນປະເທດ ກອງທັບໄທ, ຄະນະຜູ້ແທນກອງທັບຂັ້ນສູງ ຂອງກອງທັບປະຊາຊົນ ຫວຽດນາມ ໂດຍທ່ານພົນໂທ ຟານວັນຢາງ, ຫົວໜ້າເສນາທິການໃຫຍ່ ກອງທັບປະຊາຊົນ ຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ນຳໜ້າຄະນະ ໄດ້ເຂົ້າຮ່ວມກອງປະຊຸມ ຜູ້ບັນຊາການກຳລັງປ້ອງກັນປະເທດ ບັນດາປະເທດອາຊຽນ ຄັ້ງທີ 16 (ACDFM-16)  ຢູ່ປະເທດໄທ ແຕ່ວັນທີ 6-7 ມີນານີ້.

ຫົວໜ້າເສນາທິການໃຫຍ່ກອງທັບປະຊາຊົນຫວຽດນາມເຂົ້າຮ່ວມກອງປະຊຸມ ACDFM-16 - ảnh 1 ທ່ານພົນໂທ ຟານວັນຢາງ, ຫົວໜ້າເສນາທິການໃຫຍ່ ກອງທັບປະຊາຊົນ ຫວຽດນາມ (ພາບ:TTXVN)

ການເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ແມ່ນເພື່ອສືບຕໍ່ຢັ້ງຢືນຖານະ, ບົດບາດ ຂອງ ຫວຽດນາມ ໃນພາກພື້ນ ແລະ ໃນໂລກ ຜ່ານບັນດາການເຄື່ອນໄຫວໃນບັນດາເວທີປາໄສຫຼາຍຝ່າຍທາງດ້ານການທະຫານ, ປ້ອງກັນຊາດ; ປະກອບສ່ວນຢັ້ງຢືນແນວທາງການຕ່າງປະເທດຫັນເປັນຫຼາຍຝ່າຍ, ຫຼາຍຮູບຫຼາຍແບບ ແລະ ແຜນນະໂຍບາຍຕັ້ງໜ້າ, ເປັນເຈົ້າການ, ມີຄວາມຮັບຜິດຊອບຂອງພັກ, ລັດ ໃນການເຊື່ອມໂຍງເຂົ້າກັບສາກົນ.

ຜ່ານບັນດາການປຶກສາຫາລື, ແລກປ່ຽນຄຳຄິດຄຳເຫັນ ທີ່ກອງປະຊຸມໄດ້ປະກອບສ່ວນຊຸກຍູ້ການຮ່ວມມືສອງຝ່າຍໃນຂົງເຂດການທະການ, ປ້ອງກັນຊາດ ກັບບັນດາປະເທດ ອາຊຽນ ຫຼາຍກວ່າເກົ່າ; ພ້ອມນັ້ນ ກໍ່ຍາດຍ່ງເອົາການສະໜັບສະໜູນຂອງບັນດາປະເທດທີ່ມີຕໍ່ກັບ ຫວຽດນາມ ເມື່ອຮັບໜ້າທີ່ເປັນປະທານອາຊຽນ ໃນປີ 2020. ໃນຂອບເຂດຂອງກອງປະຊຸມຈະໄດ້ດຳເນີນພິທີມອບ - ຮັບຕຳແໜ່ງປະທານ ACDFM-17 ໃຫ້ແກ່ ຫວຽດນາມອີກດ້ວຍ./.

ຕອບກັບ

ຂ່າວ/ບົດ​ອື່ນ