ຫ້ອງການຕິດຕໍ່ພົວພັນລະຫວ່າງ ສ.ເກົາຫຼີີ ແລະ ສປປ.ເກົາຫຼີ ຍັງຄົງເຄື່ອນໄຫວເປັນປົກກະຕິ

(VOVWORLD) -ບັນດາເຈົ້າໜ້າທີ່ຂອງ ສ.ເກົາຫຼີ ທີ່ພວມເຮັດວຽກຢູ່ຫ້ອງການຕິດຕໍ່ພົວພັນລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ເຊິ່ງຕັ້ງຢູ່ເທດສະບານເມືອງເຂດຊາຍແດນ Kaesong ຂອງ ສປປ.ເກົາຫຼີ ຍັງຄົງເຮັດວຽກເປັນປົກກະຕິ
ຫ້ອງການຕິດຕໍ່ພົວພັນລະຫວ່າງ ສ.ເກົາຫຼີີ  ແລະ ສປປ.ເກົາຫຼີ ຍັງຄົງເຄື່ອນໄຫວເປັນປົກກະຕິ - ảnh 1 ຫ້ອງການຕິດຕໍ່ພົວພັນລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ຕັ້ງຢູ່ເທດສະບານເມືອງເຂດຊາຍແດນ Kaesong ຂອງ ສປປ.ເກົາຫຼີ (ພາບປະກອບ: Yonhap/TTXVN)

ວັນທີ 24 ມີນາ, ກະຊວງທ້ອນໂຮມປະເທດຊາດ ສ.ເກົາຫຼີ ແຈ້ງໃຫ້ບັນດາເຈົ້າໜ້າທີ່ຂອງ ສ.ເກົາຫຼີ ທີ່ພວມເຮັດວຽກຢູ່ຫ້ອງການຕິດຕໍ່ພົວພັນລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ເຊິ່ງຕັ້ງຢູ່ເທດສະບານເມືອງເຂດຊາຍແດນ Kaesong ຂອງ ສປປ.ເກົາຫຼີ ຍັງຄົງເຮັດວຽກເປັນປົກກະຕິ, ເຖິງວ່າ ກ່ອນໜ້ານັ້ນ ພຽງຢາງ ໄດ້ຖອນບັນດາເຈົ້າໜ້າທີ່ຂອງ ສປປ.ເກົາຫຼີ ອອກຈາກຫ້ອງການດັ່ງກ່າວຢ່າງບໍ່ຄາດຄິດກໍ່ຕາມ.

        ກຸ່ມເຈົ້າໜ້າທີ່ ສ.ເກົາຫຼີ ຍັງຄົງຈະເຮັດວຽກຢູ່ຫ້ອງການດັ່ງກ່າວຢູ່. ປັດຈຸບັນ, ຫ້ອງການດັ່ງກ່າວພວມເຄື່ອນໄຫວເປັນປົກກະຕິ ແລະ ນໍ້າປະປາ, ໄຟຟ້າກໍ່ ໄດ້ຮັບການສະໜອງຢ່່າງຄົບຖ້ວນ. ທາງຝ່າຍ ສປປ.ເກົາຫຼີ ຮັບຜິດຊອບສະໜອງນໍ້າ, ສ່ວນ ສ.ເກົາຫຼີ ຮັບຜິດຊອບສະໜອງໄຟຟ້າ.


ຕອບກັບ

ຂ່າວ/ບົດ​ອື່ນ