ຫ້ອງວ່າການສູນກາງພັກ ຫວຽດນາມ - ລາວ ເພີ່ມທະວີການຮ່ວມມື

(VOVWORLD) - 2 ຝ່າຍເຫັນດີສືບຕໍ່ສືບທອດ ແລະ ພັດທະນາໝາກຜົນແຫ່ງການຮ່ວມມືບັນດາໄລຍະກ່ອນ, ສຸມໃສ່ໜູນຊ່ວຍປະຕິບັດບັນດາໜ້າທີ່ສຳຄັນຂອງອາຍຸການນີ້ຂອງຫ້ອງວ່າການສູນກາງພັກ 2 ປະເທດໃນວຽກງານເປັນເສນາທິການ, ຮັບໃຊ້ສູນກາງພັກ 2 ປະເທດ

ຫ້ອງວ່າການສູນກາງພັກ ຫວຽດນາມ  - ລາວ ເພີ່ມທະວີການຮ່ວມມື - ảnh 1 ຄະນະຜູ້ແທນ ຫວຽດນາມ ເຮັດວຽກຢູ່ລາວ

(ພາບ: ຟ້າມກຽນ/Vietnam+)

ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ລາວ ເນື່ອງໃນໂອກາດສະເຫຼີມສະຫຼອງປີສາມັກຄີມິດຕະພາບ ຫວຽດນາມ -ລາວ, ລາວ - ຫວຽດນາມ 2017, ຕອນເຊົ້າວັນທີ 23 ພຶດສະພາ, ຄະນະຜູ້ແທນຫ້ອງວ່າການສູນກາງພັກກອມມູນິດ ຫວຽດນາມ ໂດຍທ່ານ ບຸ່ຍວັນແທກ, ຮອງຫົວໜ້າຫ້ອງວ່າການສູນກາງພັກກອມມູນິດ ຫວຽດນາມ, ນຳຫນ້າ, ໄດ້ເຈລະຈາກັບຄະນະຜູ້ແທນຫ້ອງວ່າການສູນກາງພັກປະຊາຊົນປະຕິວັດລາວ, ໂດຍທ່ານ ຈັນທະບຸນ ຣັດຕະນາວົງ, ຮອງຫົວໜ້າຫ້ອງວ່າການສູນກາງພັກປະຊາຊົນປະຕິວັດລາວ ເປັນຫົວໜ້າຄະນະ. ທີ່ການເຈລະຈາ, 2 ຝ່າຍເຫັນດີສືບຕໍ່ສືບທອດ ແລະ ພັດທະນາໝາກຜົນແຫ່ງການຮ່ວມມືບັນດາໄລຍະກ່ອນ, ສຸມໃສ່ໜູນຊ່ວຍປະຕິບັດບັນດາໜ້າທີ່ສຳຄັນຂອງອາຍຸການນີ້ຂອງຫ້ອງວ່າການສູນກາງພັກ 2 ປະເທດໃນວຽກງານເປັນເສນາທິການ, ຮັບໃຊ້ສູນກາງພັກ 2 ປະເທດ, ມຸ່ງໄປເຖິງຄາດໝາຍປັບປຸງ, ເພີ່ມພູນຄູນສ້າງ, ພັດທະນາການພົວພັນອັນດີງາມ, ແໜ້ນແຟ້ນລະຫວ່າງ 2 ອົງການຢ່າງບໍ່ຢຸດຢັ້ງ. ແລະກໍ່ໃນວັນດຽວກັນ, ທ່ານ ຄຳພັນ ພົມມະທັດ, ກຳມະການກົມການເມືອງ, ຫົວໜ້າຫ້ອງວ່າການສູນກາງພັກປະຊາຊົນປະຕິວັດລາວ ຕ້ອນຮັບຄະນະ.

ຕອບກັບ

ຂ່າວ/ບົດ​ອື່ນ