ຫາງສຽງພາກພື້ນຊົມເຊີຍບາດກ້າວພັດທະນາໃນການພົວພັນກູບາ-ອາເມລິກາ

ຫາງສຽງພາກພື້ນຊົມເຊີຍບາດກ້າວພັດທະນາໃນການພົວພັນກູບາ-ອາເມລິກາ - ảnh 1
ປະ​ທານ ກູ​ບາ ແລະ ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ໃນ​ການ​ພົບ​ປະ​ເມື່ອ​ເດືອນ 4/2015
(ພາບ: Reuters)

(vovworld) – ​ ຫຼາຍ​ປະ​ເທດໃນ​ທະ​ວີບ ອາ​ເມ​ລິ​ກາ ໄດ້​ຊົມ​ເຊີຍ​ເລື່ອງ ກູ​ບາ ແລະ ອາ​ເມ​ລິ​ກາ ໃນ​ຊຸມ​ວັນ​ນີ້​ໄດ້​ສ້າງ​ຕັ້​ງ​ການ​ພົວ​ພັນ​ທາງ​ການ​ທູດ ແລະ ຖະ​ແຫຼງ​ເປີດ​ສະ​ຖານ​ທູ​ດ​ລະ​ຫວ່າງ 2 ປະ​ເທດຄືນ​ໃໝ່. ໃນ​ແຈ້ງ​ການ​ທາງ​ການ, ລັດ​ຖະ​ບານ ອັກ​ຊັງ​ຕີ​ນ ໄດ້​ຕີ​ລາ​ຄາ​ການ​ໂອ້​ລົມ​ສົນ​ທະ​ນາ​ລະ​ຫວ່າງ 2 ປະ​ເທດ​ທີ່​ເຄີຍ​ປະ​ທະ​ກັນ​ເປັນ​ເວ​ລາ​ກ່​ວາ 50 ປີ​ໄດ້​ມີ​ບັນ​ດາ​ບາດ​ກ້າວ​ຕັ້ງ​ໜ້າ, ພ້ອມ​ທັງ​ເນັ້ນ​ໜັກ​ວ່າ ວໍ​ຊິງ​ຕັນ ຕ້ອງ​ຢຸດ​ຕິ​ນະ​ໂຍ​ບາຍ​ຂວ້ຳ​ບາດ​ປິດ​ລ້ອມ​ດ້າ​ນ​ເສດ​ຖະ​ກິດ, ການ​ເງິນ ແລະ ການ​ຄ້າ​ຕ້ານ ລາ​ຮາ​ວານ​ໃນ​ຕະຫຼອດ 5 ທົດ​ສະ​ວັດ​ຜ່ານ​ມາ. ທ່ານ​​ຮອງປະ​ທາ​ນາ​ທິ​ບໍ​ດີ Bolivia Alvaro Garcia Linera ຖື​ວ່າ: ບາດກ​້າ​ວ​ໃໝ່ນີ້​ແມ່ນ​ໄຊ​ຊະ​ນະ​ຂອງ ກູ​ບາ ແລະ ໄດ້ “ຂຽນ​ປະ​ຫວັດ​ສາດ​ຄືນ​ໃໝ່” - ເຊິ່ງ​ແມ່ນ​ສິ່ງ​ທີ່​ຕາມ​ທ່ານ​ແລ້ວ, ​ຄວນ​ໄດ້​ຮັບ​ການດຳ​ເນີນ​ກ່ອນນີ້​ 40 ປີ​. ກະ​ຊວງ​ການ​ຕ່າງ​ປະ​ເທດ ຈີ​ເລ ກໍ່​ໄດ້​ຝາກ​ສານອວຍ​ພອນ ກູ​ບາ ແລະ ອ​າ​ເມ​ລິ​ກາ​ຍ້ອນ “ຄວາມ​ຕັດ​ສິນ​ໃຈ ແລະ ຄຳ​ໝັ້ນ​ສັນ​ຍາ​ດ້ານ​ການ​ເມືອງ​ເພື່ອ​ສ້າງ​ບັນ​ຍາ​ກາດ​ໂອ້​ລົມ​ສົນ​ທະ​ນາ, ເຫັນ​ດີ​ເຫັນ​ພ້ອມ ແລະ ຮ່ວມ​ມື”. ລັດ​ຖະ​ບານ Uruguay, ກະ​ຊວງ​ການ​ຕ່າງ​ປະ​ເທດ ບ​ຣາ​ຊີນ, ລັດ​ຖະ​ບານ Ecuador ກໍ່​ໄດ້​ອວຍ​ພອນ​ເຫດ​ການນີ້. ທ່ານ​ເລ​ຂາ​ທິ​ການ​ຝ່າຍ​ບໍ​ລິ​ຫານ​ຂອ​ອົງ​ການ​ເຊື່ອມ​ໂຍງ ອາ​ເມ​ລິ​ກາ ລາ​ຕີນ Carlos Chacho Alvarez ຢັ້ງ​ຢືນ​ວ່ານີ້​ແມ່ນ “ໄຊ​ຊະ​ນະ​ອັນ​ໃຫຍ່ຫຼວງ​ຂອງ ອາ​ເມ​ລິກ​າ ລາ​ຕີນ” ​ທັງແມ່ນ​ຜົນ​ງານ​​ແຫ່ງ “ເຈດ​ຈຳ​ນົງ​ທີ່​ອົງ​ອາດ​ກ້າ​ແກ່ນ ແລະ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະ​ຊາ​ຊົນ ກູ​ບາ”.


ຂ່າວ/ບົດ​ອື່ນ