ຫາງສຽງສາກົນຕີລາຄາສູງການປະກອບສ່ວນ ແລະ ບົດບາດນຳພາຂອງປະເທດເຈົ້າພາບ ຫວຽດນາມ

(VOVWORLD) - ຫາງສຽງຈາກຜົນສຳເລັດຂອງສັບປະດາຂັ້ນສູງເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) 2017, 
ຫາງສຽງສາກົນຕີລາຄາສູງການປະກອບສ່ວນ ແລະ ບົດບາດນຳພາຂອງປະເທດເຈົ້າພາບ ຫວຽດນາມ - ảnh 1 ບັນດາການນຳເຂົ້າຮ່ວມກອງປະຊຸມຂັ້ນສູງ APEC 2017 (ພາບ: TTXVN)

ໃນນັ້ນ ພົ້ນເດັ່ນທີ່ສຸດແມ່ນກອງປະຊຸມຂັ້ນສູງ APEC, ຍັງຄົງສືບຕໍ່ແມ່ນຫົວເລື່ອງ ໄດ້ຮັບຄວາມສົນໃຈຈາກສື່ມວນຊົນ ແລະ ຫາງສຽງສາກົນ, ພິເສດ ແມ່ນບົດບາດນຳພາຂອງປະເທດເຈົ້າພາບ ຫວຽດນາມ ໃນເຫດການເສດຖະກິດສຳຄັນທີ່ສຸດຢູ່ພາກພື້ນ ອາຊີ - ປາຊີຟິກ ນີ້.

        ສຳນັກຂ່າວສານ Sputnik ຂອງ ລັດເຊຍ ຫາກໍ່ຄັດສະເໜີບົດຂຽນດ້ວຍຫົວຂໍ້ວ່າ: “ຫວຽດນາມ ຢູ່ໃຈກາງກົນໄກເສດຖະກິດໃໝ່ຂອງ APEC”, ໃນນັ້ນ ເນັ້ນໜັກເຖິງ ກອງປະຊຸມຂັ້ນສູງ APEC ຢູ່ ດ່າໜັງ ດຳເນີນໄປກົງກັບໄລຍະເວລາສຳຄັນໃນນະໂຍບາຍເສດຖະກິດໂລກ. ດ້ວຍບົດບາດເປັນປະເທດເຈົ້າພາບ, ຫວຽດນາມ ດຶງດູດຄວາມສົນໃຈຈາກທົ່ວໂລກ. ກອງປະຊຸມຂັ້ນສູງ APEC ກໍ່ແມ່ນໂອກາດເພື່ອໃຫ້ ຮ່າໂນ້ຍ ສືບຕໍ່ຮ່ວມມືກັບ 2 ຄູ່ຮ່ວມມືການຄ້າຂະໜາດໃຫຍ່ສຸດແມ່ນ ອາເມລິກາ ແລະ ຈີນ.

        ໃນຂະນະນັ້ນ, ສື່ມວນຊົນ ອຸດສະເບກິດສະຖານ ກໍ່ໄຈ້ແຍກຢ່າງເລິກເຊິ່ງວ່າ APEC 2017 ແມ່ນຈຸດສຸມໃນນະໂຍບາຍພົວພັນຕ່າງປະເທດຂອງ ຫວຽດນາມ ແລະ ແມ່ນການປະກອບສ່ວນສຳຄັນຍິ່ງກ່ວາຂອງ ຫວຽດນາມ ໃນການຮ່ວມມືພາກພື້ນ ອາຊີ - ປາຊີຟິກ ໂດຍຜ່ານການເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກ້ວາງຂວາງ, ຊ່ວຍໃຫ້ ຫວຽດນາມ ປະຕິບັດແນວທາງພົວພັນຕ່າງປະເທດຂອງກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກກອມມູນິດ ຫວຽດນາມ ປະສົບຜົນສຳເລັດ.

        ໂທລະພາບ BBC ຂອງ ອັງກິດ ກໍ່ມີບົດໄຈ້ແຍກກ່ຽວກັບບັນດາຜົນປະໂຫຍດ ເຊິ່ງ ຫວຽດນາມ ບັນລຸໄດ້ໃນບົດບາດເປັນປະເທດເຈົ້າພາບ APEC 2017 ດ້ວຍຫົວຂໍ້ວ່າ: “ຜ່ານການຈັດຕັ້ງ APEC, ຫວຽດນາມ ໄດ້ຮັບຫຍັງ”. ບົດຂຽນຊີ້ແຈ້ງວ່າ  ສຳລັບ ຫວຽດນາມ ການຈັດຕັ້ງກອງປະຊຸມຂັ້ນສູງ APEC 2017 ສຳເລັດຜົນ ແມ່ນເຫດການສຸດທີສຳຄັນ.

ຕອບກັບ

ຂ່າວ/ບົດ​ອື່ນ