ຫາງສຽງສາກົນສືບຕໍ່ຊົມເຊີຍຄຳຕັດສິນຂອງສານອະນຸຍາໂຕຕຸລາການກ່ຽວກັບບັນຫາທະເລຕາເວັນອອກ

ຫາງສຽງສາກົນສືບຕໍ່ຊົມເຊີຍຄຳຕັດສິນຂອງສານອະນຸຍາໂຕຕຸລາການກ່ຽວກັບບັນຫາທະເລຕາເວັນອອກ - ảnh 1
ຈີນ ກໍ່ສ້າງເກາະທຽມຢ່າງຜິດກົດໝາຍຢູ່ທະເລຕາເວັນອອກ

(vovworld) – ວັນ​ທີ 25/7, ຢູ່​ນອກ​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ຊຽນ ຄັ້ງ​ທີ 49 (AMM 49) ຢູ່​ວຽງ​ຈັນ, ປະ​ເທດ​ລາວ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຍີ່ປຸ່ນ Fumio Kishida ມີ​ການ​​ເຈລະຈາ​ກັບ​ຄູ່​ຕຳ​ແໜ່​ງ ຈີນ ວາງ​ອີ, ​ໃນ​ນັ້ນ​ຮຽກ​ຮ້ອງ​ໃຫ້ ປັກ​ກິງ ຍອມຮັບ​ຄຳ​ຕັດສິນ​ຂອງ​ສານ​ອະນຸຍາ​ໂຕ​ຕຸລາການ ຢູ່ ລາ​ໄຮ (ປະ​ເທດ ​ໂຮ​ນລັງ) ກ່ຽວ​ກັບ​ກໍ​ລະ​ນີ​ຮ້ອງ​ຟ້ອງຈີນ ຂອງ ຟີ​ລິບ​ປິນ ກ່ຽວ​ກັບ​ການ​ຂັດ​ແຍ້​ງກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ Kishida ​ເລັ່ງລັດ ຈີນ ປະຕິບັດ​ຄຳ​ຕັດສິນ​ຂອງ​ສານ​ອະນຸຍາ​ໂຕ​ຕຸລາການ, ​ໃນ​ນັ້ນ​ປະຕິ​ເສດ​ບັນດາ​ຄຳ​ຮຽກ​ສິດ​ຂອງ ປັກ​ກິ່ງ​ ກ່ຽວ​ກັບ “ສິດ​ປະຫວັດສາດ” ​ແລະ ​“​ເສັ້ນ 9 ຕອນ” ຢູ່​ທະ​ເລ​ຕາ​ເວັນ​ອອກ, ຖື​ນີ້​ແມ່ນ​ຄຳ​ຕັດສິນ​ສຸດ​ທ້າຍ​ມີ​ລັກສະນະ​ຜູກ​ຮັດ​ດ້ານ​ນິຕິ​ທຳ.

        ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ຢູ່​ນອກ AMM 49 ​ແລະ ບັນດາ​ກອງ​ປະຊຸມ​ກ່ຽວຂ້ອງ, ທ່ານລັດຖະມົນຕີ​ການ​ຕ່າງປະ​ເທດ ຍີ່ປຸ່ນ Kishida, ທ່ານ​ລັດຖະມົນຕີການ​ຕ່າງປະ​ເທດ ອາ​ເມ​ລິ​ກາ John Kerry ​ແລະ ທ່ານ​ລັດຖະມົນຕີ ອົດ​ສະ​ຕາ​ລີ Julie Bishop, ​ໂຮມ​ປະຊຸມ​ເພື່ອ​ປຶ​ກສາ​ຫາລື​ກ່ຽວ​ກັບ​ຄວາມ​ສຳຄັນ​ຂອງ​ການ​ແກ້​ໄຂ​ບັນດາ​ຄວາມ​ຂັດ​ແຍ້​ງ​ໂດຍ​ສັນຕິ​ວິທີ ​ແລະ ຕາມ​ກົດໝາຍ​ສາກົນ.

        ​ວັນ​ທີ 25/7, ​ໃນ​​ແຈ້ງ​ການ​ຝາກ​ເຖິງ​ສະຖານທູດ ຫວຽດນາມ ປະ​ຈຳ ​ເມກ​ຊີ​ໂກ, ທ່ານ Felix Castellanos Hernandez, ປະທານ​ສະ​ຖາ​ບັນ​ມິດຕະພາບ ​ແລະ ຮ່ວມ​ມື​ເມກ​ຊີ​ໂກ - ຫວຽດນາມ ສະ​ແດງ​ການ​ສະໜັບສະໜູນ​ຕໍ່​ຄຳ​ຕັດສິນ​ຂອງ​ສານ​ອະນຸຍາ​ໂຕ​ຕຸລາການ ​ໄດ້​ຍົກ​ອອກ​ມາ​ໃນ​ວັນ​ທີ 12/7, ຜ່ານ​ມາ ກ່ຽວ​ກັບ​ກໍລະນີ​ຮ້ອງ​ຟ້ອງ​ຈີນ ຂອງ ຟີ​ລິບ​ປິນ.


ຂ່າວ/ບົດ​ອື່ນ