ຫາງສຽງອັກຊັງຕີນສືບຕໍ່ສະຫນັບສະຫນູນຄຳຕັດສິນຂອງສານອະນຸຍາໂຕຕຸລາການກ່ຽວກັບບັນຫາທະເລຕາເວັນອອກ

ຫາງສຽງອັກຊັງຕີນສືບຕໍ່ສະຫນັບສະຫນູນຄຳຕັດສິນຂອງສານອະນຸຍາໂຕຕຸລາການກ່ຽວກັບບັນຫາທະເລຕາເວັນອອກ - ảnh 1
ຈີນ ກໍ່​ສ້າງ​ຢ່າງ​ຜິດ​ກົດ​ໝາຍ​ຢູ່​ເກາະ ຈື໋​ເທີບ (​ຂຶ້ນ​ກັບໝູ່​ເກາະເຈື່ອງ​ຊາ​ຂອງ​ຫວຽດ​ນາມ)
ພາບ:CSIS

(vovworld)- ​​​ ວັນ​ທີ27/7, ສະ​ຖາ​ບັນ​ວັດ​ທະ​ນະ​ທຳ ອັກ​ຊັງ​ຕີນ - ຫວຽດ​ນາມ (ICAV) ໄດ້​ອອກ​ຖະ​ແຫລງ​ການ​ສະ​ຫນັ​ບ​ສະ​ຫນູນ​ຄຳ​ຕັດ​ສິນ​ຂອງ​ສານ​ອະ​ນຸ​ຍາ​ໂຕ​ຕຸ​ລາ​ການ​ຢູ່ ລາ​ໄຮ ປະ​ເທດ ໂຮນ​ລັງ ຍົກ​ອອກ​ມາ​ເມື່ອ​ວັນ​ທີ 12/7 ຜ່ານ​ມາ ກ່ຽວ​ກັບ​ຄະ​ດີ​ຮ້ອງ​ຟ້ອງ​ກ່ຽວ​ຂ້ອງ​ເຖິງ​ທະ​ເລ​ຕາ​ເວັນ​ອອກ. ຖະ​ແຫລງ​ການ​ຂອງ ສະ​ຖາ​ບັນ​ວັດ​ທະ​ນະ​ທຳ ອັກ​ຊັງ​ຕີນ - ຫວຽດ​ນາມ ຊີ້​ແຈ້ງວ່າ: ຄຳ​ຕັດ​ສິນ​ຂອງ​ສານ​ອະ​ນຸ​ຍາ​ໂຕ​ຕຸ​ລາ​ການ ໄດ້​ສ້າງ​ພື້ນ​ຖານ​ດ້ານ​ນິ​ຕິ​ກຳ​ຢ່າງ​ໝັ້ນ​ແກ່ນ​ໃຫ້​ແກ່​ບັນ​ດາ​ປະ​ເທດ​ພວມ​ມີ​ຄວາມ​ຂັດ​ແຍ່ງ​ອະ​ທິ​ປະ​ໄຕ​ຢູ່ ເຂດ​ທ​ະ​ເລ​ຕາ​ເວັນ​ອອກ, ຮັບ​ປະ​ກັນ​ບັນ​ດາ​ຂໍ້​ກຳ​ນົດ​ຂອງ​ສົນ​ທິ​ສັນ​ຍາ ສ​ປ​ຊ ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລປີ 1982 (UNCLOS) ຊື່ງ​ບັນ​ດາ​ຝ່າຍ​ໄດ້​ເຂົ້າ​ຮ່ວມ​ລົງ​ນາມ ພ້ອມ​ທັງ​ເນັ້ນ​ຫນັກ​ວ່າ ຄຳ​ຕັດ​ສິນ​ດັ່ງ​ກ່າວ​ມີ​ຜົນ​ສັກ​ສິດ​ດ້ານ​ນິ​ຕິ​ກຳ​ສຳ​ລັບ​ທຸ​ກ​ຝ່າຍ​​ທີ່​ມີ​ສ່ວນກ່ຽວ​ຂ້ອງ. ສານ​ອະ​ນຸ​ຍາ​ໂຕ​ຕຸ​ລາ​ການ ກໍ​ຮຽກ​ຮ້ອງ​ບັນ​ດາ​ປະ​ເທດ​ກ່ຽວ​ຂ້ອງ ຕ້ອງ​ເຄົາ​ລົບ​ຄຳ​ຕັດ​ສິນ​ຂອງ​ສານ​ອະ​ນຸ​ຍາ​ໂຕ​ຕຸ​ລາ​ການ, ມີ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ ຕາມ​ຂໍ້​ກຳ​ນົດ​ຂອງ​ກົດ​ໝາຍ​ສາ​ກົນ ແລະ ຄັດ​ຄ້ານ​ບັນ​ດາ​ການ​ເຄື່ອນ​ໄຫວກໍ່​ຄວາມ​ເຄັ່ງ​ຕຶງ​ຢູ່​ທະ​ເລ​ຕາ​ເວັນ​ອອກ.

ໃນ​ວັນ​ດ​ຽວ​ກັນ, ສຳ​ນັກ​ສື່​ສານ Equilibrium Global ໄດ້​ມີ​ບົດ​ວິ​ເຄາະ​ຂອງ​ຜູ້​ຊ່ຽວ​ຊານ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ສາ​ກົນ Vanina Fattori ໄດ້​ຕີ​ລາ​ຄາ​ສູງ​ຄຳ​ຕັດ​ສິນ​ຂອງ​ສານ​ອະ​ນຸ​ຍາ​ໂຕ​ຕຸ​ລາ​ການ​ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ. ຕາມ​ ຊ່ຽວ​ຊານ Fattori ແລ້ວ, ຈີນ ຄວນ​ປະ​ຕິ​ບັດ​ຂໍ້​ກຳ​ນົດ​ຂອງ​ກົດ​ໝາຍ​ສາ​ກົນ. ທ່ານ Fattori ຖື​ວ່າ ​ກ່ອນຊຸມ​ປີ 40 ຂອງ​ສັດ​ຕະ​ວັດ​ກ່ອນ, ປັກ​ກີງ ຍັ​ງບໍ່​ທັນ​ມີ​ຄຳ​ຖະ​ແຫລງ​ອະ​ທິ​ປະ​ໄຕ​ຢ​ູ່​ໝູ່​ເກາະ​ຮ່​ວາງຊາ ແລະ ເຈື່ອງ​ຊາ, ໃນ​ຂະ​ນະ​ນັ້ນ ຫວຽດ​ນາມ ມີ​ພະ​ຍານ​ຫລັກ​ຖານ​ຢ່​າງ​ພຽງ​ພໍ​ກ່ຽວ​ກັບ​ອະ​ທິ​ປະ​ໄຕ​ສຳ​ລັບ​ໝູ່​ເກາະ​ຮ່​ວາງ​ຊາ ແລະ ເຈື່ອງ​ຊາ ມີ​ທີ່​ຕັ້ງ​ຍຸດ​ທະ​ສາດ​ສຳ​ຄັນ​ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ