ຫາງສຽງອາເມລິກາຕໍ່ການຢ້ຽມຢາມຫວຽດນາມຂອງປະທານາທິບໍດີ Barack Obama

ຫາງສຽງອາເມລິກາຕໍ່ການຢ້ຽມຢາມຫວຽດນາມຂອງປະທານາທິບໍດີ Barack Obama - ảnh 1
ການ​ປະ​ຊຸມ​ຂ່າວ​ກ່ຽວ​ກັບການ​ຢ້ຽມ​ຢາມ​ຫວຽດ​ນາມ​ຂ​ອງປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ Barack Obama


(vovworld)- ຫວຽດ​ນາມ ແລະ ອາ​ເມ​ລິ​ກາ​ໄດ້​ຜ່ານ​ຜ່າ​ອະ​ດີດ​ຕະ​ການ​ຈາກ​ສົງ​ຄາມ, ພ້ອມ​ກັນ​ແບ່ງ​ປັນຫຼາຍ​ຜົນ​ປະ​ໂຫຍດ​ຮ່ວມ ແລະ ແງ່​ຫວັງ​ແຫ່ງ​ການ​ພົວ​ພັນລະ​ຫວ່າງ 2 ປະ​ເທດ​ແມ່ນບໍ່​ອາດ​ຕ່າວ​ປີ້ນ​ໄດ້. ນັ້ນ​ແມ່ນ​ຂໍ້​ສັງ​ເກດ​ລວມ​ຈາກ​ຫາງ​ສຽງ​ອາ​ເມ​ລິ​ກາ​ພາຍຫຼັງ​ການ​ຢ້ຽມ​ຢາມ​ຫວຽດ​ນາມ​ຂ​ອງປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ Barack Obama . ຕາມ​ການ​ຕີ​ລາ​ຄາ​ຂອງ​ບັນ​ດາ​ຜູ້​ຊ່ຽວ​ຊານ​ແລ້ວ, ການ​ຢ້ຽມ​ຢາມ​ຫວຽດ​ນາມ​ຂ​ອງປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ Barack Obama ແມ່ນ​ປະ​ສ​ົບ​ຜົນ​ສຳ​ເລັດ​ດ້ວຍ​ຂີດ​ໝາຍ​ໃຫຍ່ຫຼາຍ​ຢ່າງ​ໃນ​ການ​ພົວ​ພັນ 2 ຝ່າຍ​ເຊັ່ນ: ໄດ້​ຍົກ​ເລີກ​ການ​ຂວ້ຳບາດ​ດ້ານ​ອາ​ວຸດ​ສຳ​ລັບ​ຫວຽດ​ນາມ, ບັນ​ດາ​ສັນ​ຍາ​ເສດ​ຖະ​ກິດ​ທີ່​ມູນ​ຄ່າ​ນັບ​ຕື້ USD , ຂໍ້​ຕົກ​ລົງ​ກ້ຽວ​ກັບ​ການ​ຕ້ານ​ການ​ປ່ຽນ​ແປງ​ຈາກ​ດິນ​ຟ້າ​ອາ​ກາດ. ຜູ້​ອຳ​ນວຍ​ການ​ໂຄງ​ການ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ຂອງ​ສູນ​ຄົ້ນ​ຄ້​ວາ ສ​ທາຍ​ຊັນ Richard Cronin ໃຫ້​ຮູ້​ວ່າ :

    “ ນີ້​ແມ່ນ​ໝາກ​ຜົນ​ທີ່​ໜ້າ​ປະ​ທັບ​ໃຈ​ທີ່​ສຸດ​ໃນ​ການ​ພົບ​ປະ​ລະ​ຫວ່າງ​ບັນ​ດາ​ການ​ນຳ​ລະ​ຫວ່າງ 2 ປະ​ເທດ. ຈຸດ​ປະ​ສົງ​ຂອງ ຍົກ​ເລີກ​ການ​ຂວ້ຳບາດ​ດ້ານ​ອາ​ວຸດ​ຫຼື​ຊ່ວຍ​ເຫຼືອ​ອາ​ວຸດ​ໃຫ້​ແກ່​ຫວຽດ​ນາມ ບໍ່​ແມ່ນ​ການ​ຍຸ​ຍົງ​ສົ່ງ​ເສີມ​ການ​ປະ​ທະ​ກັນ, ຫາກ​ແມ່ນ​ເພື່ອ​ເພີ່ມ​ທະ​ວີ​ກຳ​ລັງ​ແຮງ​ໃຫ້​ແກ່​ຫວຽດ​ນາມ. ພວກ​ເຮົາ​ຄວນຢັ້ງ​ຢືນ​ຕໍ່​ຄວາມ​ຈິງວ່າ ເລື່ອງ​ປະ​ເທດ​ໃຫຍ່​ບີບ​ບັງ​ຄັບ​ປະ​ເທດ​ນ້ອຍ ຈະ​ກໍ່​ສະ​ພາບ​ຂາດ​ສະ​ຖຽນ​ລະ​ພາບ ”

     ສ່ວນ​ສາດ​ສະ​ດາ​ຈານ ຝ້າມກວາງ​ຮຶງ ສັງ​ກັດ​ມະ​ຫາ​ວິ​ທະ​ຍາ​ໄລ ວີ​ຈີເນຍ​ ໃຫ້​ຮູ້​ວ່າ :

    “ ຂ້າ​ພະ​ເຈົ້າ​ພາກ​ພູມ​ໃຈ ແລະ ຕື້ນ​ຄັນ​ໃຈເມື່ອ​ສັງ​ເກດ​ເຫັນ​ວ່າ ການ​ຢ້ຽມ​ຢາມ​ຫວຽດ​ນາມ​ຂ​ອງປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ Barack Obama ແມ່ນ​ປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ດີ​ງາມ ດ້ວຍ​ການ​ຕ້ອນ​ຮັບ​ຢ່າງ​ສະ​ໜິດ​ສະ​ໜົມ​ຂອງ​ປະ​ຊາ​ຊົນ​ຫວຽດ​ນາມ. ຂ້າ​ພະ​ເຈົ້າມີ​ຄວາມ​ຕື້ນ​ຕັນ​ໃຈ​ທີ່​ສຸດ​ຕໍ່​ໜ້າ​ຄຳ​ຖະ​ແຫຼງ​ປະ​ກາດ​ຂອງປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ Barack Obama ກ່ຽວ​ກັບ​ການຍົກ​ເລີກ​ຄຳ​ສັ່ງ​ຂວ້ຳບາດ​ດ້ານ​ອາ​ວຸດ ແລະ ໃຫ້​ການ​ຮ່ວມ​ມື​ປ້ອງ​ກັນ​ຄວ​າມ​ສະ​ຫງົບ​ບົນ​ທະ​ເລ​ຕາ​ເວັນ​ອອກ. ການ​ຢ້ຽມ​ຢາມ​ກໍ​ເປັນ​ການ​ເປີດ​ກ້​ວາງ​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ​ອອກ​ສູ່ຫຼາຍ​ຂົງ​ເຂດ​ເຊັ່ນ: ເສດ​ຖະ​ກິດ, ການ​ສຶກ​ສາ, ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ... ”

 

ຂ່າວ/ບົດ​ອື່ນ