ອັງກິດ, ອີຢູ ບັນລຸໄດ້ຮ່າງຂໍ້ຕົກລົງກ່ຽວກັບ Brexit

(VOVWORLD) -ຕາມແຈ້ງການຂອງຫ້ອງການ ນາຍົກລັດຖະມົນຕີອັງກິດ ໃນວັນທີ 13 ພະຈິກ, ທ່ານນາງ Theresa May ໃຫ້ຮູ້ວ່າ ບັນດາຜູ້ເຈລະຈາຂອງປະເທດນີ້ ແລະ ສະຫະພາບເອີຣົບ (ອີຢູ) ບັນລຸໄດ້ຮ່າງຂໍ້ຕົກລົງກ່ຽວກັບ Brexit. 

ໃນຂະນະນັ້ນ, ຊ່ອງໂທລະພາບ RTE ຂອງ ອຽກລັງ ໄດ້ຄັດສະເໜີສອງແຫຼ່ງຂ່າວ ໂດຍໃຫ້ຮູ້ວ່າ ອັງກິດ ແລະ ອີຢູ ໄດ້ເຫັນດີເປັນເອກະພາບ  ຕໍ່ເອກະສານ ກ່ຽວກັບບັນຫາຊາຍແດນລະຫວ່າງອັງກິດ ແລະ ອຽກລັງ ພາຍຫຼັັງ Brexit, ເຖິງວ່າການເຈລະຈາຍັງບໍ່ທັນ ສໍາເລັດກໍຕາມ. ເອກະສານສະບັບດັ່ງກ່າວຈະໄດ້ສ້າງຂຶ້ນພາຍໃຕ້ຮູບແບບຂອງຂໍ້ຕົກລົງວ່າດ້ວຍພາສີອາກອນຊົ່ວຄາວໃນເຂດດິນແດນຂອງລາຊະອານາຈັກອັງກິດ. ຂໍ້ຕົກລົງກໍໄດ້ລະບຸບັນດາມາດຕາພິເສດທີ່ສະຫງວນໃຫ້ ອຽກລັງເໜືອ, ຕາມນັ້ນແລ້ວ ໄດ້ລົງເລິກເຂົ້າບັນດາບັນຫາພາສີອາກອນ ແລະ ເໝາະສົມກັບບັນດາລະບຽບກົດໝາຍຂອງຕະຫຼາດແຫ່ງດຽວ, ຍິ່ງໄປກວ່າ  ນັ້ນ ແມ່ນກັບສ່ວນທີ່ຍັງເຫຼືອຂອງ ລາຊະອານາຈັກ ອັງກິດ. ເອກະສານສະບັບດັ່ງກ່າວກໍຈະລວມທັງກົນໄກພິຈາລະນາຄືນໃໝ່.

        ກ່ອນໜ້ານັ້ນ, ທ່ານປະທານຄະນະກໍາມະການເອີຣົບ Jean – Claude Juncker ໃຫ້ຮູ້ວ່າ ອີຢູ ບໍ່ມີຈຸດປະສົງລົງໂທດເລື່ອງປະເທດ ອັງກິດ ຖອນຕົວອອກຈາກ ອີຢູ ແລະ ຫົວໜ້າຄະນະເຈລະຈາ ອີຢູ Michel Barnier ພວມມານະພະຍາຍາມບັນລຸໄດ້ຂໍ້ຕົກລົງດີທີ່ສຸດໃຫ້ແກ່ທັງສອງຝ່າຍ.


ຕອບກັບ

ຂ່າວ/ບົດ​ອື່ນ